spot_img
Homeຂ່າວການພັດທະນາແຂວງຫົວພັນ ຈັດພິທີມອບ-ຮັບອາຄານ ສູນແມ່ ແລະ ເດັກ ໂຮງໝໍແຂວງ

ແຂວງຫົວພັນ ຈັດພິທີມອບ-ຮັບອາຄານ ສູນແມ່ ແລະ ເດັກ ໂຮງໝໍແຂວງ

Published on

SPS_0197-650x436

ເພື່ອເປັນການພັດທະນາ ການບໍລິການວຽກງານສາທາລະນະສຸກ ທີ່ນອນຢູ່ໃນການປະຕິຮູບດ້ານສາທາລະນະສຸກ ແຕ່ນີ້ຮອດປີ 2020 ໃຫ້ນັບມື້ດີຂຶ້ນ ເຊິ່ງຕອນເຊົ້າວັນທີ 16 ຕຸລາ 2015 ຜ່ານມາ ພະແນກ ສາທາລະນະລຸກແຂວງຫົວພັນ ໃນນາມເຈົ້າຂອງໂຄງການ ໄດ້ສົມທັບກັບບໍລິສັດທະວີໄຊກໍ່ສ້າງ ໃນນາມບໍລິສັດຮັບເໝົາ ໄດ້ຈັດພິທີມອບ-ຮັບອາຄານ ສູນແມ່ ແລະ ເດັກ ໂຮງໝໍແຂວງ ຢູ່ທີ່ໂຮງໝໍດັ່ງກ່າວ ເຊິ່ງໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນ ກໍລະກົດ 2011 ເຖິງ ກາງເດືອນ ຕຸລາ 2015 ແມ່ນສໍາເລັດ 100% ໃນມູນຄ່າການກໍ່ສ້າງທັງໝົດ 5 ຕື້ 9 ລ້ານກີບ ໂດຍແມ່ນທຶນຂອງລັດຖະບານລາວໂດຍມອບໃຫ້ບໍລິສັດ ທະວີໄຊ ກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ 100% ອາຄານຫຼັງນີ້ເປັນອາຄານ 2 ຊັ້ນ ມີຂະໜາດ 53 X 15 ແມັດ ມີຫ້ອງເຮັດວຽກພະຍາບານ 3 ຫ້ອງ ຫ້ອງນອນຄົນເຈັບ 8 ຫ້ອງ ຫ້ອງເດັກແດງ 1 ຫ້ອງ ຫ້ອງຄອດລູກ-ຫ້ອງປ່ຽນເຄື່ອງ 4 ຫ້ອງ ຫ້ອງສາງ 2 ຫ້ອງ ແລະ ຫ້ອງອື່ນໆອີກ ຮວມ 63 ຫ້ອງ.

…….ໃນພິທີ ໄດ້ມີການກ່າວມອບໂດຍທ່ານ ຄຳຟອງ ທະວີໄຊ ອຳນວຍການບໍລິສັດ ທະວີໄຊ ກໍ່ສ້າງ ແລະ ກ່າວຮັບແມ່ນທ່ານ ດຣ. ວິລະພອນ ພົມວົງສີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ ມີຄະນະກຳມະການກໍ່ສ້າງຂັ້ນແຂວງ ຄະນະອຳນວຍການໂຮງໝໍ ຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ຫົວໜ້າໜ່ວຍງານ ຕະຫຼອດຮອດພະນັກງານພາຍໃນໂຮງໝໍແຂວງເຂົ້າຮ່ວມ.

ຂ່າຈາກ ວຽງຈັນທູເດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...