ແຂວງຫລວງນ້ຳທາ ຈັດງານຕະຫລາດນັດ ມິດຕະພາບລາວ – ມຽນມາ

301

ຂປລ. ງານຕະຫລາດນັດ ມິດຕະພາບລາວ-ມຽນມາ ໄດ້ຈັດຂຶ້ນແຕ່ວັນທີ 26-27 ພະຈິກ 2015 ຢູ່ຂົວມິດຕະພາບ ລາວ-ມຽນມາ ແຂວງຫລວງນ້ຳທາ ເພື່ອຄຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ໂດຍຕິດພັນກັບ ບຸນປະເພນີຂອງບັນດາເຜົ່າ ຢູ່ທ້ອງຖິ່ນ ແລະ ເປັນການລິເລີ່ມ ສ້າງກິດຈະກຳ ການຄ້າ-ການບໍລິການ ລະຫວ່າງ ເມືອງລອງ ແຂວງຫລວງນ້ຳທາ  ແລະ ເຂດຊຽງລາບ ມຽນມາ.  ໂດຍມີທ່ານ  ເພັດຖາວອນ  ພິລາວັນ  ເຈົ້າແຂວງໆ ຫລວງນ້ຳທາ ແລະ  ຜູ້ຕາງໜ້າອຳນາດການປົກຄອງ ເຈົ້າໜ້າທີ່ປະເທດມຽນມາ ເຂົ້າຮ່ວມ.

ງານຕະຫລາດນັດ ຄັ້ງທຳອິດນີ້ ມີສິນຄ້າຫລາກຫລາຍຊະນິດ ມາວາງສະແດງເປັນຕົ້ນແມ່ນ ເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງອຸດສາຫະກຳ ແລະ ຫັດຖະກຳ ຈາກການຜະລິດ ຂອງປະຊາຊົນບັນດາເຜົ່າ ແລະ ມີການສະແດງຂອງໜ່ວຍສີລະປະ ຂອງຊົນເຜົ່າເມືອງລອງ ແລະ ໜ່ວຍສີລະປະ ໂຮງຮຽນມັດທະຍົມ ສົມບູນ ເມືອງລອງ ອັນໄດ້ເຮັດໃຫ້ງານຄັ້ງນີ້ ເຕັມໄປດ້ວຍໄມຕີຈິດ ມິດຕະພາບອັນດູດດື່ມ ໃນການຄ້າຂາຍແລກປ່ຽນ ສິນຄ້າ ດ້ວຍບັນຍາກາດຟົດຟື້ນ.

 

ແຫລ່ງຂ່າວ:

ຂປລ