spot_img
Homeຂ່າວທ້ອງຖິ່ນແຂວງສາລະວັນ ຕີລາຄາການນໍາໃຊ້ ທຶນຊ່ວຍເຫລືອລ້າ-ທຶນກູ້ຢືມ ສົກປີຜ່ານມາ

ແຂວງສາລະວັນ ຕີລາຄາການນໍາໃຊ້ ທຶນຊ່ວຍເຫລືອລ້າ-ທຶນກູ້ຢືມ ສົກປີຜ່ານມາ

Published on

ຂປລ. ແຂວງສາລະວັນ ​ໄດ້ຈັດກອງປະຊຸມ ສະຫລຸບຕີລາຄາ ​ແລະ ກວດຄືນ ການນຳໃຊ້ທຶນຊ່ວຍເຫລືອລ້າ ແລະ ທຶນກູ້ຢືມ ໃນສົກປີ 2014-2015 ຜ່ານ​ມາ ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນຕົ້ນ ສົກປີ 2015-2016 ​ໂດຍ​ສະ​ເພາະ​ແມ່ນ ທຶນຊ່ວຍເຫລືອທາງການເພື່ອການພັດທະນາ.

ໃນ​ສົກ​ປີຜ່ານມາ, ທົ່ວ​ແຂວງ​ໄດ້​ຮັບ​ທຶນຊ່ວຍເຫລືອລ້າ ແລະ ທຶນກູ້ຢືມ ມີ​ຈຳນວນ 43 ລ້ານກວ່າ​ໂດ​ລາ​ສະຫະລັດ ຫລື ປະມານ 360 ຕື້ກ່ວາກີບ, ລວມມີ 38 ໂຄງການ, ໃນນັ້ນໂຄງການຊ່ວຍເຫລືອລ້າຈາກຕ່າງປະເທດມີ 35 ໂຄງການ, ທຶນສົມທົບ 3 ໂຄງການ ​ໂດຍ​ໄດ້​ຈັດ​ຕັ້ງ​ປະຕິບັດ ​ໃນ​ຂົງ​ເຂດ​ເສດຖະກິດ 7 ໂຄງການ, ວັດທະນະທຳ-ສັງຄົມ 22 ໂຄງການ ​ແລະ ຂົງເຂດບໍລິຫານລັດ 9 ໂຄງການ. ສຳລັບສົກປີ 2015-2016 ນີ້, ແຂວງດັ່ງກ່າວ​ ຈະ​ໄດ້ຈັດຕັ້ງປະຕິບັດ ທຶນຊ່ວຍເຫລືອທາງການເພື່ອການພັດທະນາ ຈຳນວນມີ 39 ໂຄງການ, ມີມູນຄ່າ 54 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ໃນນັ້ນທຶນຊວ່ຍເຫລືອລ້າຈາກຕ່າງປະເທດ 33 ໂຄງການ, ທຶນກູ້ຢືມ ຈາກຕ່າງປະເທດ 1 ໂຄງການ ​ແລະ ທຶນສົມທົບ 6 ໂຄງການ.

ກອງປະຊຸມດັ່ງກ່າວ​ ຈັດ​ຂຶ້ນວັນທີ 20 ພຶດສະພາ 2016 ພາຍໃຕ້ການເປັນປະທານຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນແຂວງ, ມີວິຊາການຈາກກົມແຜນການ ການຮ່ວມມືສາກົນ, ກະຊວງແຜນການ-ການລົງທຶນ ​ແລະ ພາກສ່ວນ​ກ່ຽວຂ້ອງເຂົ້າຮ່ວມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...