spot_img
Homeຂ່າວພາຍ​ໃນແຂວງວຽງຈັນ ຈູດທຳລາຍຢາເສບຕິດຫຼາຍລາຍການ

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຫຼາຍລາຍການ

Published on

ໃນວັນທີ 5 ກໍລະກົດ 2024 ຢູ່ຫ້ອງວ່າການແຂວງວຽງຈັນ, ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ປະຈໍາປີ 2024, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ 26 ມິຖຸນາ, ຄົບຮອບ 37 ປີ; ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ສິດທິດຳພາ, ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ.

อาจเป็นรูปภาพของ 4 คน และ ข้อความ

ຢາເສບຕິດທີ່ນຳມາທຳລາຍໃນຄັ້ງນີ້ ເປັນຢາເສບຕິດທີ່ສານຕັດສິນຢ່າງເດັດຂາດ ແລະ ຂອງກາງທີ່ດຳເນີນສໍາເລັດ ທີ່ກອງບັນຊາການ ປກສ ແຂວງວຽງຈັນ, ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ປກສ 11 ເມືອງ, ໄດ້ສັງລວມມາທໍາລາຍ ນັບຕັ້ງແຕ່ 6 ເດືອນທ້າຍປີ 2023 ຫາ 6 ເດືອນຕົ້ນປີ 2024 ລວມມີ: ຢາບ້າ 215,499 ເມັດ, ນໍ້າໜັກ 19.39 ກິໂລກຣາມ, ຢາໄອສ 502.10 ກິໂລກຣາມ, ຢາອີ 33 ເມັດ ນໍ້າໜັກ 12.47 ກຣາມ ແລະ ຄໍລາເຈນ 3 ຊອງ ນໍ້າໜັກ 198.81 ກຣາມ, ໃບກະທ້ອມ 34.7 ກິໂລກຣາມ(ສະເພາະແຂວງມ້າງ), ຢາດີໄອ 605 ແກ້ວ ແລະ ຢາສູບໄຟຟ້າ 288 ອັນ ມາຈູດທໍາລາຍຖິ້ມ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...