spot_img
Homeຂ່າວພາຍ​ໃນແຂວງຄຳມ່ວນ ຂຸ້ນຂ້ຽວກ່ຽວເຂົ້ານາແຊງ ຫລຸດຜ່ອນຄວາມສ່ຽງ ສະພາບດິນຟ້າອາກາດ!

ແຂວງຄຳມ່ວນ ຂຸ້ນຂ້ຽວກ່ຽວເຂົ້ານາແຊງ ຫລຸດຜ່ອນຄວາມສ່ຽງ ສະພາບດິນຟ້າອາກາດ!

Published on

ຕາມຂໍ້ມູນຕົວຈິງ ຈາກຂະແໜງປູກຝັງ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນໃຫ້ຮູ້ວ່າ: ສະພາບ ການຜະລິດເຂົ້ານາແຊງສົກປີ 2015-2016 ໃນທົ່ວແຂວງມີເນື້ອທີ່ແຜນການສູ້ຊົນ 10.000 ເຮັກຕາ, ຄາດຄະເນ ສະມັດຖະພາບ 5,6 ໂຕນ/ ເຮັກຕາ, ຄາດຄະເນຜົນຜະລິດ 56.000 ໂຕນ, ເນື້ອທີ່ປະຕິບັດໄດ້ຕົວຈິງ 9.040 ເຮັກຕາ ເທົ່າກັບ 90% ຂອງເນື້ອທີ່ແຜນການ, ຊາວກະສິກອນໄດ້ເລີ່ມລົງມືເກັບກ່ຽວເຂົ້ານາແຊງ ມາແຕ່ຕົ້ນເດືອນເມສາເປັນຕົ້ນມາ, ປັດຈຸບັນເກັບກ່ຽວໄດ້ ໃນເນື້ອທີ່ 2.137 ເຮັກຕາ ເທົ່າກັບ 24% ຂອງເນື້ອທີ່ປະຕິບັດໄດ້ຕົວຈິງ ຊຶ່ງປັດຈຸບັນຊາວກະສິກອນ ກໍໄດ້ຂຸ້ນຂ້ຽວເກັບກ່ຽວ ແລະ ມ້ຽນມັດເຂົ້ານາແຊງ ຂອງຕົນຢ່າງຮີບຮ້ອນ ເພື່ອຫຼຸຸດຜ່ອນຄວາມສ່ຽງຕໍ່ກັບສະພາບດິນຟ້າອາກາດ.

ດ້ານເນື້ອທີ່ປູກພືດລະດູແລ້ງ ທົ່ວແຂວງມີເນື້ອທີ່ແຜນການ 10.000 ເຮັກຕາ, ຄາດຄະເນສະມັດຖະພາບ 6,16 ເຮັກຕາ, ຄາດຄະເນຜົນຜະລິດ 61.600 ໂຕນ. ຜ່ານການຈັດຕັ້ງປະຕິບັດ ການປູກພືດລະດູແລ້ງ ໄດ້ເລີ່ມລົງມືມາແຕ່ຕົ້ນເດືອນ 10/2015, ມາຮອດປັດຈຸບັນ ປະຕິບັດໄດ້ໃນເນື້ອ ທີ່ 9.058 ເຮັກຕາ ເທົ່າກັບ 91%.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...