spot_img
Homeຂ່າວຕ່າງປະເທດເຮືອບິນຮົບມຽນມາບິນເຂົ້າມາໃນນ່ານຟ້າໄທ

ເຮືອບິນຮົບມຽນມາບິນເຂົ້າມາໃນນ່ານຟ້າໄທ

Published on

ກອງທັບມຽນມາສົ່ງເຮືອບິນຮົບ MiG-29 ຈຳນວນ 1 ລຳ ບິນມາໃນເຂດນ່ານຟ້າຂອງໄທ ບໍລິເວນຊາຍແດນ ເມືອງພົບພຣະ ແຂວງຕາກ ເພື່ອອ້ອມໄປຍິງລູກສອນໄຟໃສ່ຝ່າຍຕໍ່ຕ້ານໃນຝັ່ງມຽນມາ ປະມານ 4 ຮອບ, ຈົນເຮັດໃຫ້ໂຮງຮຽນຕ້ອງປະກາດຢຸດຮຽນສຸກເສີນ ດ້ານກອງທັບອາກາດໄທ ໄດ້ສົ່ງເຮືອບິນຂັບໄລ່ F-16 ຈຳນວນ 2 ລຳ ເພື່ອບິນກວດກາ.

ຈາກການລາຍງານຂອງສຳນັກຂ່າວ ບີບີຊີ ໄທ ໄດ້ລາຍງານວ່າ: ສະຖານນະການສູ້ຮົບລະຫວ່າງທະຫານແຫ່ງຊາດກະຫລ່ຽງກອງພົນນ້ອຍທີ 6 ກອງກຳລັງເຄເອັນດີໂອ ແລະ ກອງກຳລັງພີດີເອຟ ຂອງລັດຖະບານເອກະພາບແຫ່ງຊາດ (National Unity Government: NUG) ໃນ ລັດກະຫລ່ຽງຂອງມຽນມາ ຍັງມີການສູ້ຮົບກັນຢ່າງໜັກ ບໍລິເວນເມືອງພົບພຣະ ແຂວງຕາກ ເຮັດໃຫ້ກອງທັບມຽນມາ ມີການສົ່ງເຮືອບິນກາຍເຂົ້າມາໃນນ່ານຟ້າໄທປະມານ 15 ນາທີ.

ໃນຂະນະນັ້ນ ເຈົ້າໜ້າທີ່ໄທໄດ້ແຕ່ເບິ່ງ ຈົນເຮືອບິນຮົບດັ່ງກ່າວໄດ້ຫຼຸດອອກຈາກເລດາໄທ, ຕໍ່ມາກອງທັບອາກາດໄທຈຶ່ງໄດ້ມີຄຳສັ່ງໃຫ້ສົ່ງເຮືອບິນຂັບໄລ່ F-16 ຈຳນວນ 2 ລຳ ເພື່ອບິນກວດກາ, ນອກນັ້ນຍັງໄດ້ເຝົ້າລະວັງ ແລະ ຕິດຕາມໃນເຂດຊາຍແດນດັ່ງກ່າວຕະຫຼອດ 24 ຊົ່ວໂມງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...