spot_img
Homeນານາສາລະເຮັດວຽກນຳຄອມພິວເຕີຢ່າງມີຄວາມສຸກ ດ້ວຍວິທີງ່າຍໆ

ເຮັດວຽກນຳຄອມພິວເຕີຢ່າງມີຄວາມສຸກ ດ້ວຍວິທີງ່າຍໆ

Published on

ຊີວິດໃນປະຈຸບັນ ເຮັດໃຫ້ມີຄວາມຈຳເປັນຕ້ອງເຮັດວຽກນໍາຄອມພິວເຕີເປັນເວລາດົນ ບໍ່ວ່າຈະເປັນເລື່ອງການຮຽນ ຫຼືການພັກຜ່ອນຢ່ອນໃຈໃນໂລກໄຊເບີ ແຕ່ຖ້າເຮົາເຮັດວຽກ ກັບຄອມພິວເຕີ ບໍ່ຖືກຕ້ອງກໍຈະເຮັດໃຫ້ບັນຫາໃນຮ່າງກາຍເຊັ່ນ: ປວດກ້າມເນື້ອ, ເອັນອັກເສບ ຫຼືວຸ້ນໃນຕາເສື່ອມເປັນຕົ້ນ. ລອງນຳ 10 ວິທີທີ່ເຮົາເອົາມາຝາກນີ້ ໄປລອງເຮັດເບິ່ງ ແລ້ວເຈົ້າຈະສາມາດເຮັດວຽກກັບຄອມພິວເຕີໄດ້ຢ່າງມີຄວາມສຸກ

  1. ຄວນກວດສອບສາຍຕາກ່ອນເຮັດວຽກ ກ່ຽວຂ້ອງກັບຄອມພິວເຕີ ແລະກວດແທກສາຍຕາຊໍ້າເປັນປະຈຳ
  2. ຜູ້ທີ່ແພ້ແສງສະຫວ່າງ ຄວນໄດ້ຮັບຄຳແນະນຳຈາກແພດ ກ່ອນເຮັດວຽກງານກັບຄອມພິວເຕີ
  3. ຄວນປ່ຽນວິທີນັ່ງ ຫຼືຍືດກ້າມເນື້ອເປັນໄລຍະ ບໍ່ຄວນນັ່ງເຮັດວຽກ ກັບຄອມພິວເຕີຢ່າງຕໍ່ເນື່ອງ ເປັນໄລຍະເວລາດົນເກີນໄປ
  4. ແສງສະຫວ່າງຂອງຄອມພິວເຕີ ໃຫ້ຢູ່ໃນຄວາມເໝາະສົມຄື ບໍ່ຄວນມີແສງກະພິບ ຫຼືວູບວາບ ແລະຄວນມີແສງສະຫວ່າງ ຫຼືຄວາມເຂັ້ມຂອງແສງທີ່ເໝາະສົມ ຫຼືຄວນປັບໃຫ້ ບໍ່ສະຫວ່າງ ຫຼືມືດເກີນໄປ
  5. ໄລຍະຈາກສາຍຕາມາຫາຄອມພິວເຕີ ຄວນມີມຸມກົ້ມປະມານ 20 ອົງສາ ໄລຍະຫ່າງ 18-22 ນິ້ວ
  6. ການວາງຕຳແໜ່ງມືທີ່ແປ້ນພິມ, ສອກຄວນຕັ້ງສາກກັບຕົນຕົວ (ປະມານ 90-120 ອົງສາ) ເພື່ອຫຼຸດແຮງຍົກຂອງບ່າໄຫຼ່
  7. ຕັ່ງອີ້ ຄວນສາມາດປັບລະດັບຄວາມສູງຕໍ່າໄດ້ ຕາມຫົວຂອງຜູ້ໃຊ້ງານໄດ້ ແລະຕ້ອງມີບ່ອນອິງທີ່ປັບລະດັບໄດ້ ແລະບ່ອນພັກແຂນ, ສ່ວນເບາະຮອງນັ່ງ ຄວນມີລັກສະນະໂຄ້ງລາດໂຕ, ບໍ່ຄົມ ແລະບໍ່ທັບກ້ອງຕຳແໜ່ງຂອງເຂົ່າ
  8. ການຈັບ Mouse ບໍ່ຄວນໃຊ້ມືຢູ່ໃນຕໍາແໜ່ງທີ່ບິດອຽງອອກນອກຕົນໂຕ ຄວນຈັບໃນທ່າທີຂໍ້ມືອຽງ ລືບິດໜ້ອຍໜຶ່ງ
  9. ຈໍສະແດງພາບຕ້ອງສາມາດຈັບມຸມ ກົ້ມ​, ເງີຍໄດ້
  10. ຫາກເຈັບປວດກ້າມເນື້ອ ຄວນປຶກສາແພດ

ທີ່ມາ: phyatha
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...