spot_img
Homeຊີວິດແລະຄວາມຮັກເຫດຜົນທີ່ໜຸ່ມໆ ບໍ່ຢາກຈີບສາວໆ "ງາມ"

ເຫດຜົນທີ່ໜຸ່ມໆ ບໍ່ຢາກຈີບສາວໆ “ງາມ”

Published on

ທຳມະດາໂລກແລ້ວ “ສາວງາມ” ຈະເປັນທີ່ໝາຍປອງຂອງຊາຍຫຼາຍໆຄົນ ແຕ່ກໍອົດແປກໃຈບໍ່ໄດ້ທີ່ຫຼາຍຕໍ່ຫຼາຍຄັ້ງມັກພົບ ຜູ້ຊາຍບໍ່ມັກຈີບສາວໆທີ່ “ງາມ”, ຕໍ່ໃຫ້ຕົວເອງໂສດ, ເປັນຊາຍແທ້ໆ ແຖມຍັງພຽບພ້ອມທຸກຢ່າງ ແຕ່ກັບເລືອກສາວໆທີ່ໜ້າຕາທຳມະດາເປັນຄູ່ຊີວິດ ຫຼືເພາະນີ້ຈະເປັນເຫດຜົນຂອງໜຸ່ມໆເຫຼົ່ານັ້ນ

  1. ກຳແພງສູງ: ຄວາມງາມນັ້ນດຶງດູດໄດ້ທັງຜູ້ຊາຍທີ່ໜ້າຕາດີ ແລະໜ້າຕາທຳມະດາ, ສະນັ້ນກໍອາດຈະບໍ່ແປກທີ່ຫາກສາວໆຈະສະແດງຄວາມເຢັນຊາ ແລະເຮັດເສີຍໆ ຕໍ່ການເຂົ້າມາຂອງໜຸ່ມໆ ທີ່ເຂົ້າມາຈີບທຸກມື້
  2. ຢ້ານຖືກຖິ້ມ: ສົມມຸດວ່າໄດ້ຄົບກັນ ກໍອົດບໍ່ໄດ້ທີ່ຈະລະແວງຄວາມສຳພັນ ເພາະມັນຄົງເປັນໄດ້ຍາກທີ່ທ່ານຈະສາມາດຕອບສະໜອງຄວາມຕ້ອງການຂອງສາວໆໄດ້ທຸກຢ່າງ ແລະຖ້າຫາກວັນໜຶ່ງ ເຂົາໄປພົບຄົນທີ່ດີກວ່າ ມີຂໍ້ສະເໜີທີ່ດີກວ່າ ກໍບໍ່ແປກຫາກເຂົາຊິຫວັ່ນໄຫວ
  3. ຫຼາຍເລື່ອງ ເລືອກຫຼາຍ: ຜູ້ຍິງງາມໆເກືອບເປັນໝົດ ມັກຈະບໍ່ຢູ່ໃນສະຖານະເປັນຝ່າຍງໍ້ ຫຼືເອົາໃຈໃຜເປັນພິເສດ, ກົງກັນຂ້າມສາວໆເຫຼົ່ານັ້ນມັກຄາດຫວັງວ່າ ເຂົາຄວນເປັນຜູ້ທີ່ໄດ້ຮັບການເທັກແຄຫຼາຍກວ່າ ແລະແນ່ນອນວ່າຖ້າທ່ານບໍ່ສາມາດຢູ່ໃນສະຖານະທີ່ວ່າໄດ້ນີ້ ສຸດທ້າຍເປົ້າໝາຍທີ່ຈະໄດ້ຢືນໃນຕຳແໜ່ງຕົວຈິງ ອາດຈະເຫຼືອພຽງຕົວເລືອກ ເຊິ່ງມັນຮ້າຍກວ່າການເປັນຕົວສຳຮອງອີກ
  4. ຄູ່ແຂ່ງຫຼາຍ: ຖ້າທ່ານຄິດວ່າຊະນະໃຈສາວໆໄດ້ແລ້ວ ກໍຢ່າຄິດວ່າອຸປະສັກຈະຈົບລົງ ເພາະຊິວ່າໄປຜູ້ຍິງງາມກໍປຽບສະເໝືອນ “ແມ່ເຫຼັກ” ທີ່ດູດຜູ້ຊາຍໃຫ້ເຂົ້າຫາໄດ້ບໍ່ຢຸດ ນັ້ນໝາຍຄວາມວ່າທ່ານຈະປະເຊີນກັບການແຂ່ງຂັນຕະຫຼອດເວລາ ແລະມີການແຂ່ງຂັນທີ່ມີຄວາມຮຸນແຮງຂຶ້ນເລື້ອຍໆ

ທີ່ມາ: yaklai
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...