spot_img
Homeຂ່າວພາຍ​ໃນເສັ້ນທາງ ເມືອງດາກຈຶງ-ດ່ານດາກຕະອອກ

ເສັ້ນທາງ ເມືອງດາກຈຶງ-ດ່ານດາກຕະອອກ

Published on

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ຈັດພິທີມອບ-ຮັບໂຄງການກໍ່ສ້າງທາງ 16B ໄລຍະທາງຍາວ 21 ກິໂລແມັດ (ເມືອງດາກຈຶງ-ດ່ານດາກຕະອອກ) ຊາຍແດນລາວ-ຫວຽດນາມ ໃນວັນທີ 21 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ຄໍາເກັ່ງ ແກ້ວສຸວັນ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 14 คน

ທ່ານ ບຸນກອງ ສົມບັດພົມ ຫົວໜ້າໂຄງການກໍ່ສ້າງໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງໂຄງການກໍ່ສ້າງເສັ້ນທາງ 16B ໄລຍະ 21,63 ກິໂລແມັດ, ເລີ່ມແຕ່ຂອບເຂດຊານເມືອງດາກຈຶງ ແລະ ສິ້ນສຸດຢູ່ທາງເຂົ້າຫາເຂື່ອນເຊຂະໝານ 3, ໜ້າທາງເຂດເທສະບານເມືອງດາກຈຶງກວ້າງ 9 ແມັດ ແລະ 14 ແມັດ; ເຂດຊານເມືອງ ແລະ ເຂດນອກເມືອງກວ້າງ 7 ແມັດ, ເປັນປະເພດທາງຊັ້ນ 4; ປູຢາງສອງຊັ້ນ ປະກອບມີທໍ່ລ່ຽມ 2 ແຫ່ງ ແລະ ທໍ່ກົມ 3 ແຫ່ງ.

อาจเป็นรูปภาพของ 3 คน, สเก็ตบอร์ด และ ถนน

ເຊິ່ງໄດ້ເຊັນສັນຍາກໍ່ສ້າງ ໃນວັນທີ 2 ພຶດສະພາ 2014 ໂດຍມີໄລຍະເວລາກໍ່ສ້າງ 30 ເດືອນ ແລະ ມາຮອດກາງເດືອນມັງກອນ 2021 ແມ່ນໄດ້ຮັບການກວດກາຢັ້ງຢືນຄືນ ຈາກຄະນະກຳມະການກວດກາເຫັນວ່າ ສະພາບເສັ້ນທາງໄດ້ຖືກປະຕິບັດສໍາເລັດຕາມເວລາ ແລະ ໄດ້ຕາມມາດຕະຖານ.

อาจเป็นรูปภาพของ 2 คน, ถนน และ ถนน

ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 59 ຕື້ກວ່າກີບ ຊຶ່ງນໍາໃຊ້ທຶນກໍ່ສ້າງແມ່ນທຶນພາຍໃນ 100% ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ເປັນເຈົ້າຂອງໂຄງການ.

ຂ່າວ: ພຸດທະສອນ, ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...