spot_img
Homeຂ່າວທ້ອງຖິ່ນເມືອງເຊໂປນນໍ້າຖ້ວມ! ອຸຕຸເຕືອນ ວັນທີ 9-11 ຕຸລານີ້ຈະມີຝົນຕົກ

ເມືອງເຊໂປນນໍ້າຖ້ວມ! ອຸຕຸເຕືອນ ວັນທີ 9-11 ຕຸລານີ້ຈະມີຝົນຕົກ

Published on

ຄວາມກົດດັນອາກາດສູງຈາກປະເທດເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງເພີ້ມຂື້ນ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 09 ຫາ 11 ຕຸລາ 2020 ນີ້.

ຕາມການລາຍງານຂ່າວ ໃນຕອນເຊົ້າວັນທີ 8 ຕຸລາ 2020​ ເກີດນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ (ຊາຍແດນລາວ-ຫວຽດນາມ)​,​ ເມືອງເຊໂປນ,​ ແຂວງສະຫວັນນະເຂດ ເນື່ອງຈາກຝົນຕົກໜັກ. ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບນໍ້າຖ້ວມເຂດທາງ 28 ເອ ອອກສູ່ເມືອງເຊໂປນ ນໍ້າແມ່ນໄດ້ຖ້ວມເສັ້ນທາງນັບແຕ່ຫ້ວຍແຢງໄປ​ ໃນຄະນະນີ້ຝົນຍັງສືບຕໍ່ຕົກຢູ່. ລະດັບນໍ້າເຊກອກ 9,07 ແມັດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຮຽບຮຽງຂ່່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...