spot_img
Homeຂ່າວພາຍ​ໃນເມືອງເງິນ ແຂ່ງຂັນເຮືອຊ່ວງປະຈຳປີ

ເມືອງເງິນ ແຂ່ງຂັນເຮືອຊ່ວງປະຈຳປີ

Published on

ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນ ດີງາມຂອງຊາດຂອງເຜົ່າທີ່ ເຄີຍປະຕິບັດກັນມາ ແລະ ຕິດ ພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງເງິນ ຄົບຮອບ 23 ປີ ທັງເປັນການເຕົ້າໂຮມຄວາມສາມັກຄີໃຫ້ເປັນນ້ຳໜຶ່ງໃຈດຽວກັນ, ທັງເປັນການກະ ຕຸກຊຸກຍູ້ການທ່ອງທ່ຽວ ແລະ ການແລກປ່ຽນຊື້-ຂາຍໃຫ້ມີຂະ ບວນຟົດຟື້ນ ເມື່ອບໍ່ ດົນຜ່ານ ມານີ້ ຢູ່ທີ່ອ່າງເກັບນ້ຳຫ້ວຍນາ ນ້ອຍ ເມືອງເງິນ ແຂວງໄຊຍະ ບູລີໄດ້ປິດການຈັດງານແຂ່ງ ຂັນເຮືອຊ່ວງປະຈຳປີ, ເຂົ້າຮ່ວມ ເປັນກຽດມີ ທ່ານ ເພັງນິລັນ ຄຳພັນເພັງ ກຳມະການປະ ຈຳພັກແຂວງ ຮອງເຈົ້າແຂວງ, ມີຕາງໜ້າຄະນະນຳຈາກຊຽງ ຮ່ອນເມືອງຫົງສາ, ເມືອງຄອບ, ເມືອງປາກແບງແຂວງອຸດົມໄຊ, ມີຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ບໍລິສັດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາ ຊົນເຂົ້າຊົມຢ່າງຄັບຄາໜາແໜ້ນ. ງານແຂ່ງຂັນຊ່ວງເຮືອ ປະຈຳປີໃນຄັ້ງນີ້ມີເຮືອເຂົ້າແຂ່ງ ຂັນທັງໝົດ 20 ລຳ ໃນນັ້ນເພດຊາຍ 10 ລຳ ແລະ ເພດຍິງ 10 ລຳ, ຜົນການແຂ່ງຂັນເຮືອ ຊ່ວງປະຈຳປີທີ 1 ເພດຊາຍ ແມ່ນເຮືອບ້ານນາງົວ, ທີ 1 ເພດຍິງແມ່ນເຮືອບ້ານບີໝີ, ທີ 2 ເພດຊາຍ ແມ່ນເຮືອບ້ານ ບີໝີ, ທີ 2 ເພດຍິງແມ່ນເຮືອ ບ້ານນາງົວ, ທີ 3 ເພດຊາຍ ແມ່ນເຮືອບ້ານຫຼວງມີໄຊ ແລະ ທີ 3 ເພດຍິງແມ່ນເຮືອບ້ານ ຂອນ. ໃນງານຍັງມີການປະ ກວດເຮືອງາມ ແລະ ອາຫານ ພື້ນເມືອງ.

S1-1

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...