spot_img
Homeຂ່າວພາຍ​ໃນເມືອງວຽງທອງ ແຂວງບໍລິຄຳໄຊ ທໍາລາຍສວນກັນຊາ 4,2 ເຮັກຕາ

ເມືອງວຽງທອງ ແຂວງບໍລິຄຳໄຊ ທໍາລາຍສວນກັນຊາ 4,2 ເຮັກຕາ

Published on

ຕາມການລາຍງານຈາກນັກຂ່າວ ເມືອງວຽງທອງ ໃຫ້ຮູ້ວ່າ: ວັນທີ 2 ພະຈິກ 2021 ນີ້ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູກຝິ່ນ, ປູກກັນຊາ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.

ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນປູກກັນຊາ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22.235 ກິໂລກຼາມ, ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງສວນ ຕໍ່ກັບສວນທີ່ຍັງບໍ່ທັນຮູ້ເຈົ້າຂອງນັ້ນເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ.

ຕໍ່ກັບສວນກັນຊາທີ່ພົບເຫັນ ເຈົ້າໜ້າທີໄດ້ພ້ອມກັນທໍາລາຍດ້ວຍການຕັດ, ຈູດໄຟຖີ້ມ. ການລົງແກ້ໄຂການລັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການເຮັດໃຫ້ການລັັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຢູ່ເມືອງວຽງທອງຫຼຸດໜ້ອຍຖອຍລົງຈົນກ່ວາບໍ່ມີ ແລະ ກໍ່ເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...