spot_img
Homeຂ່າວການພັດທະນາເມືອງທ່າແຕງ ຕັ້ງເປົ້າໃຫ້ປະຊາຊົນມີລາຍຮັບ ສູງກວ່າ 10 ລ້ານກີບຕໍ່ປີ

ເມືອງທ່າແຕງ ຕັ້ງເປົ້າໃຫ້ປະຊາຊົນມີລາຍຮັບ ສູງກວ່າ 10 ລ້ານກີບຕໍ່ປີ

Published on

DSC_0007.01.10.1

ຂປລ. ແຕ່ນີ້ຮອດປີ 2019 ​ເມືອງທ່າແຕງຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນແຕ່ລະປີ 18% ຂຶ້ນໄປແລະ ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ສູງກວ່າ 10 ລ້ານກີບຕໍ່ປີ.

ທ່ານ ຄຳສອນ ກອນເຍີເຈົ້າເມືອງໆທ່າແຕງແຂວເຊກອງໃຫ້ຮູ້​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ​ແຕ່ນີ້ຮອດປີ 2019 ເມືອງທ່າແຕງຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນແຕ່ ລະປີ 18% ຂຶ້ນໄປ, ​ໃນນີ້ຈະເຮັດໃຫ້ກະສິກຳປ່າໄມ້ຂະຫຍາຍຕົວລະດັບ 16%, ອຸດສາຫະກຳຫັດຖະກຳ 18% ແລະ ການບໍລິການ 18,71% ລວມຍອດລາຍຮັບພາຍໃນເມືອງໃຫ້ມີມູນຄ່າຫລາຍກວ່າ 655 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ປະມານ 15 ລ້ານກວ່າກີບ  ຫລືເທົ່າກັບ 1.921 ​ໂດລາສະຫະລັດຕໍ່ຄົນຕໍ່ປີ.    

ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ນັ້ນ ເມືອງທ່າແຕງມີຄວາມຕ້ອງການທຶນພັດທະນາໃນ 5 ປີຕໍ່ໜ້າປະມານ 127 ຕື້ກວ່າກີບ​​ໂດຍມີເປົ້າໝາຍລະດົມຈາກ 4 ​ແຫລ່ງທຶນເປັນຕົ້ນແມ່ນການລົງທຶນຂອງລັດ, ການລົງທຶນຂອງພາກສ່ວນເອກະຊົນພາຍໃນແລະ ຕ່າງປະເທດ, ການລົງທຶນຂອງປະຊາຊົນ, ທຶນສິນເຊື່ອທະນາຄານແລະສະຖາບັນການເງິນຕ່າງໆ. ​ໂດຍຈະສຸມໃສ່ພັດທະນາຂົງເຂດເສດຖະກິດລວມມີ 46 ​ໂຄງການ, ມູນຄ່າ 31,6 ຕື້ກວ່າກີບ; ຂົງເຂດວັດທະນະທຳສັງຄົມ 90 ​ໂຄງການ, ມູນຄ່າ 77,3 ຕື້ກວ່າກີບແລະ ພັດທະນາພື້ນຖານໂຄງລ່າງ 8 ​ໂຄງການ, ມູນຄ່າ 18,3 ຕື້ກວ່າກີບ. ພ້ອມ​ທັງ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ​ 400 ​ກວ່າຄອບຄົວທີ່ຍັງທຸກໃຫ້ສຳເລັດ 100%, ຂະຫຍາຍຕາໜ່າງການສຶກສາ ແລະ ການບໍລິການສາທາລະນະສຸກໃຫ້ປະຊາຊົນ​​ໄດ້ຢ່າງທົ່ວເຖິງ ແລະ ສູ້ຊົນໃຫ້ກາຍເປັນເມືອງພັດທະນາເມືອງທຳອິດຂອງແຂວງເຊກອງ.

 

ແຫລ່ງຂ່າວ:

ຂປລ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...