spot_img
Homeມູມໄອທີລາວເປີດໂຕ ຜົນສຳຫຼວດເນັດມືຖືທີ່ໄວທີ່ສຸດໃນໂລກ

ເປີດໂຕ ຜົນສຳຫຼວດເນັດມືຖືທີ່ໄວທີ່ສຸດໃນໂລກ

Published on

ຈາກ​ຜົນ​ສຳ​ຫຼວດ​ການ​ວັດ​ຄວາມ​ໄວ​ອິນ​ເຕີລ໌​ເນັດ​ເທິງ​ໂທລະສັບ​ມື​ຖື​ໂດຍ​ໃຊ້​ແອ​ພິ​ເຄ​ຊັນ Netradar ທີ່ ໃຫ້​ບໍລິການ​ຟຣີ​ເພື່ອ​ວິ​ເຄາະ​ຄຸນນະພາບ​ຂອງ​ອິນ​ເຕີລ໌​ເນັດ​ເທິງ​ມື​ຖື​ແລະ​ອຸປະກອນ​ຕ່າງໆ ອິນ​ເຕີລ໌​ເນັດ​ເທິງ​ມື​ຖື​ທີ່​ໄວ​ທີ່ສຸດ​ໃນ​ໂລກ​ຢູ່​ທີ່​ເດນ​ມາລ໌​ກ (2.3 Mbit/s) ຕາມ​ມາ​ດ້ວຍ​ສິ​ງກະ​ໂປ (16.9 Mbit/s) ສະ​ຫວິດ​ເຊີລ໌​ແລນດ໌ (6.6 Mbit/s) ນອລ໌​ເວຍ໌ (14.8 Mbit/s) ແລະ​ເກົາ​ຫຼີໃຕ້ (13.0 Mbit/s)

ເມື່ອໃຊ້​ແອ​ພິ​ເຄ​ຊັນ Netradar ຜູ້​ໃຊ້​ຈະ​ຮູ້​ເຖິງ​ຂໍ້​ມູນ​ຂອງ​ຄຸນນະພາບ​ຂອງ​ການ​ເຊື່ອມ​ຕໍ່​ກັບ​ອິນ​ເຕີລ໌​ເນັດ ໃນ​ຄະນະ​ດຽວ​ກັນ ຂໍ້​ມູນ​ຈະ​ຖືກ​ອັບ​ໂຫຼດ​ໄປ​ທີ່​ຖານ​ຂໍ້​ມູນ​ຂອງ Netradar ເອງ​ເພື່ອ​ໃຊ້​ໃນ​ການສ້າງ​ແຜນ​ທີ່​ຄວາມ​ຄອບ​ຄຸມ​ການ​ໃຫ້​ບໍລິການ​ອິນ​ເຕີລ໌​ເນັດ​ແລະ​ໃນ​ງານ ວິ​ໄຈ​ໃນ​ອະນາຄົດ ໂດຍ​ແອ​ພິ​ເຄ​ຊັນ Netradar ນີ້​ຖືກ​ພັດທະນາ​ຂຶ້ນ​ໂດຍ​ມະຫາ​ວິທະຍາ​ໄລ​ອັນ​ໂຕ ປະເທດ​ຟິນ​ແລນດ໌ ແລະ​ໄດ້ຮັບ​ການ​ເຜີຍແຜ່​ໄປ​ທົ່ວ​ໂລກ

“ທີ່​ຈິງ​ແລ້ວ​ກໍ​ມີ​ຫລາຍ ປັດ​ໄຈ​ທີ່​ກ່ຽວ​ຂ້ອງ​ວ່າ ເປັນຫຍັງ​ຜູ້​ໃຊ້​ມື​ຖື​ຈຶ່ງ​ໄດ້​ຄວາມ​ໄວ​ຂອງ​ອິນ​ເຕີລ໌​ເນັດ​ແຕກຕ່າງ​ກັນ​ອອກ​ໄປ​ໃນ​ແຕ່​ລະ​ປະ​ເທດ ຄວາມ​ໄວ​ຂອງ​ອິນ​ເຕີລ໌​ເນັດ​ມື​ຖື​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ມືຖື ​​ແລະ​ຄວາມ​ຄັບ​ຄັ່ງ​ຂອງ​ການ​ໃຊ້​ບໍລິການ​ພຽງ​ຢ່າງ​ດຽວ ແຕ່​ບາງ​ທີ​ກໍ​ຂຶ້ນ​ຢູ່​ກັບ​ອຸປະກອນ ການ​ຈຳ​ກັດ​ຄວາມ​ໄວ​ໃນ​ການ​ເຊື່ອມ​ຕໍ່ ໄລຍະ​ທາງ​ລະຫວ່າງ​ຜູ້​ໃຊ້​ກັບ​ເສົາ​ສັນຍາ​ນຂອງ​ຜູ້​ໃຫ້​ບໍລິການ ລັກສະນະ​ພູ​ມິ​ປະ​ເທດ ແລະ​ເທກ​ໂນ​ໂລ​ຍີ​ຄື້ນ​ວິທະ​ຍຸ​ທີ່​ມີ​ຢູ່​ອີກນຳ” ສາສະດາຈານຍ໌​ຈຸກ​ກາ ແມນ​ເນີລ໌ ຜູ້​ນຳ​ໂຄງ​ການ Netradar ທີ່​ມະຫາ​ວິທະຍາ​ໄລ​ອັນ​ໂຕ ຟິນ​ແລນດ໌​ເຜີຍ

ແອ​ພິ​ເຄ​ຊັນ ຟຣີ Netradar ນີ້​ຈະ​ວັດ​ຄຸນນະພາບ​ຂອງ​ເຄືອ​ຂ່າຍ​ໃນ​ແງ່​ຂອງ​ຄວາມ​ໄວ​ການ​ດາວນ໌​ໂຫຼດ​ແລະ​ອັບ​ໂຫຼດ ໄລ​ຍະ​ເວລາ​ທີ່​ໃຊ້​ໃນ​ການ​ສົ່ງ​ຂໍ້​ມູນ​ກັບ​ຄວາມ​ແຮງ​ຂອງ​ສັນຍາ​ນ ບັນຫາ​ຂອງ​ເຄືອ​ຂ່າຍ ແລະ​ປະ​ສິດ​ທິ​ພາບ​ໃນ​ແຕ່​ລະ​ຍີ່​ຫໍ້​ຂອງສະ​ມາລ໌​​ໂຟນ​ແລະ​ແທັບ​ເລັດ ແລະ​ແອ​ພິ​ເຄ​ຊັນ Netradar ນີ້​ກໍ​ສາມາດ​ດາວນ໌​ໂຫຼດ​ໄດ້​ທັງ​ເທິງ Android, iOS, Windows Phone, Blackberry, Nokia X, Meego, Symbian ແລະ Jolla/Sailfish

ນອກ​ຈາກ​ນີ້ ເຮົາ​ຍັງ​ສາມາດ​ເຂົ້າ​ຊົມ​ແຜນ​ທີ່​ຄວາມ​ໄວ​ຂອງ​ອິນ​ເຕີລ໌​ເນັດ​ທົ່ວ​ໂລກ​ໄດ້ທີ່ http://www.netradar.org/ ແລ http://www.internetsociety.org/netradar

ສະມາຄົມ​ອິນ​ເຕີລ໌​ເນັດ​ແລະ​ມະຫາ​ວິທະຍາ​ໄລ​ອັນ​ໂຕ ຟິນ​ແລນ​ດ໌ ໄດ້​ຮ່ວມ​ມື​ກັນ​ວັດ​ຄວາມ​ໄວ​ຂອງ​ອິນ​ເຕີລ໌​ເນັດ​ທົ່ວ​ໂລກ ໂດຍ​ຜົນ​ການ​ສຳ​ຫຼວດ​ເລື່ອງ Mobile Internet in the World 2014 ກໍ​ໄດ້ຮັບ​ການ​ເຜີຍແຜ່​ອອນ​ໄລນ໌​ແລ້ວ ນອກ​ຈາກນີ້ ແອ​ພິ​ເຄ​ຊັນ Netradar ກໍ​ໄດ້ຮັບ​ການ​ຕິດ​ຕັ້ງ​ກວ່າ 200, 000 ເທື່ອ ຈາກ​ອຸປະກອນນ 6, 000 ຊະນິດ​ແລ້ວ ມີ​ຖານ​ຂໍ້​ມູນ​ການ​ວັດ​ກວ່າ 5 ລ້ານ​ເທື່ອ​ທົ່ວ​ໂລກ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...