spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ ກວດພົບການລັກລອບຂົນໄມ້ ຢູ່ດ່ານສາກົນນາເພົ້າ

ເຈົ້າໜ້າທີ່ ກວດພົບການລັກລອບຂົນໄມ້ ຢູ່ດ່ານສາກົນນາເພົ້າ

Published on

ອີງ​ຕາມ​ການ​ລາຍ​ງານ​ຂອງເຈົ້າ​ໜ້າທີ່​ຈາກ​ກົມ​ພາສີ​ ກະຊວງການ​ເງິນ ​ແຈ້ງ​ໃຫ້​ຊາບ​ວ່າ: ໃນທ້າຍ​ອາທິດ​ຜ່ານ​ມາ ທີ່​ດ່ານ​ສາກົນ​ນາ​ເພົ້າ ແຂວງ​ຄຳ​ມ່ວນ ເຈົ້າໜ້າທີ່​ພາສີ​ໄດ້​ກວດ​ພົບ​ການ​ລັກລອບ​ສິນຄ້າ​ປະເພດ​ໄມ້​ທີ່​ຫວງຫ້າມສົ່ງ​ອອກ​ ຈຳນວນ 2 ຄະດີ ຊຶ່ງ​ລາຍ​ລະອຽດ​ມີ​ດັ່ງນີ້: ວັນ​ທີ 8/10/2016 ມີ​ຄົນ​ຂັບລົດ​ຕູ້​ຄອນ​ແທນ​ເນີ ຊາວ​ຫວຽດນາມ ນຳ​ເອກະສານ​ສິນຄ້າ​ແຈ້ງຕໍ່​ເຈົ້າ​ໜ້າທີ່​ພາສີ ເພື່ອ​ສົ່ງ​ສິນຄ້າອອກ​ໄປ​ປະເທດ​ຫວຽດນາມ ຜ່ານການ​ກວດກາ​ເອກະສານ ແລະ ສາຍ​ລອກ​ຕູ້​ສິນຄ້າ​ແລ້ວ ເຈົ້າໜ້າທີ່​ພາສີ​ໄດ້​ກວດ​ພົບ​ຄວາມ​ບໍ່ຖືກຕ້ອງ ແລະ ໄດ້​ກວດກາ​ລົດ​ຄັນດັ່ງກ່າວ​ໃໝ່ ດ້ວຍ​ລະບົບ​ສາຍແສງ​ສະ​ແກນ​ເນີ້ ຈຶ່ງ​ພົບ​ເຫັນການ​ຊຸກເຊື່ອງ​ໄມ້​ໜູນ ແລະ ໄມ້ດູ່​ແປ​ຮູບ ຈຳນວນ​ທັງ​ໝົດ 1.233 ໂຕ ຫຼື 38.281 ແມັດກ້ອນ.
ມື້ຕໍ່ມາ ອີງ​ຕາມ​ແຫຼ່ງ​ຂ່າວ​ພົນລະ​ເມືອງ​ດີ ໄດ້​ແຈ້ງ​ຂ່າວ​ການນຳ​ເອົາ​ໄມ້​ຂຶ້ນ​ລົດເມ​ໂດຍສານ ເຊິ່ງ​ເຈົ້າ​ຂອງ​ລົດ​ເປັນ​ຄົນ​ຫວຽດ ທີ່​ຈະ​ເດີນທາງ​ຜ່ານ​ເສັ້ນທາງ​ເລກທີ 12 ຄາດໝາຍ​ປາຍທາງ​ໄປປະເທດ​ຫວຽດນາມ ດັ່ງນັ້ນ ເຈົ້າໜ້າທີ່​ພາສີ​ໄດ້​ຕິດຕາມ ແລະ ພົບເຫັນ​ລົດເມ​ຄັນ​ດັ່ງກ່າວ ໃນ​ວັນ​ທີ 9/10/2016 ຈຶ່ງ​ນຳ​ເອົາ​ລົດ​ຄັນດັ່ງກ່າວ ​ເຂົ້າ​ກວດກາ​ດ້ວຍ​ລະບົບສາຍ​ແສງສະ​ແກນ​ເນີ້ ແລ້ວ​ກວດພົບ​ເຫັນ​ການ​ຊຸກເຊື່ອງ​ໄມ້​ດູ່ແປຮູບ ຈຳນວນ 23 ໂຕ ຫຼື 0,221 ແມັດ​ກ້ອນ ແລະ ໄມ້​ຂະ​ຍຸງ ຈຳນວນ 145 ໂຕ ຫຼື 1.971 ກິ​ໂລກຼາມ.
ຜ່ານ​ການ​ກວດກາ​ຕົວ​ຈິງ​ເຫັນລົດ​ທັງ​ສອງ​ກໍລະນີ ແມ່ນ​ໄດ້​ນຳສິນຄ້າ​ປະເພດ​ໄມ້​ທີ່​ຫວງ​ຫ້າມສົ່ງອອກ​ຢ່າງ​ແທ້​ຈິງ ແລະ ຕາມການ​ລາຍ​ງານ​ຄົນ​ຂັບ​ລົດ​ທັງສອງ​ກໍລະນີ ແມ່ນ​ສວຍໂອກາດຫຼົບໜີ​ເຈົ້າ​ໜ້າທີ່ ປັດຈຸບັນ ​ລົດ ແລະ ໄມ້​ຈຳນວນ​ດັ່ງກ່າວ ຢຶດ​ໄວ້ຢູ່​ທີ່​ດ່ານ​ພາສີ​ສາກົນ​ນາ​ເພົ້າ ແຂວງ​ຄຳ​ມ່ວນ ເປັນ​ການ​ຊົ່ວຄາວ ເພື່ອ​ດຳເນີນ​ການ​ຕາມ​ລະບຽບ​ກົດໝາຍ ໂດຍ​ສະເພາະ ປະຕິບັດ​ຕາມ​ຄຳ​ສັ່ງ​ນາຍົກ​ລັດຖະ​ມົນຕີ ສະບັບ​ເລກ​ທີ 15/​ນຍ

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...