spot_img
Homeຂ່າວເຫດການເງິນປອມລະບາດແຮງ ທຫລ ສືບຕໍ່ເຜີຍແຜ່ວິທີສັງເກດ

ເງິນປອມລະບາດແຮງ ທຫລ ສືບຕໍ່ເຜີຍແຜ່ວິທີສັງເກດ

Published on

ໃນວັນທີ 7 ທັນວາ 2016 ຜ່ານມາ ຢູ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ມີກອງປະຊຸມຫົວຂໍ້ “ທະນາບັດປອມ (ເງິນກີບ)” ເຂົ້າຮ່ວມມີ ທ່ານ ສີວິໄລ ພົມມະຈັກ ຫົວໜ້າເງິນຕາແຫ່ງ ສປປ ລາວ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຕຳຫຼວດເສດຖະກິດ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ

ທ່ານ ສີວິໄລ ພົມມະຈັກ ໄດ້ເວົ້າວ່າ: ໃນສາມແຂວງພາກກາງ (ບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດ) ມີຊາຍແດນຕິດກັບຕ່າງປະເທດ, ບາງເມືອງ ແລະບາງບ້ານກໍຢູ່ຫ່າງໄກສອກຫຼີກ, ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການບໍລິການຂອງທະນາຄານ, ການຕິດຕາມຂໍ້ມູນ-ຂ່າວສານທາງດ້ານເງິນຕາບໍ່ປົກກະຕິ ເຮັດໃຫ້ປະຊາຊົນບໍ່ຮູ້ກ່ຽວກັບທະນາບັດປອມ ກຸ່ມຄົນບໍ່ດີຈຶ່ງສວຍໂອກາດເອົາເງິນປອມໄປຈ່າຍໄດ້ງ່າຍ, ສຳລັບເງິນປອມ ສ່ວນຫຼາຍແມ່ນໃບ 50.000 ກີບ ທີ່ກໍາແຜ່ຫຼາຍໃນປັດຈຸບັນ, ໃນກອງປະຊຸມກໍໄດ້ອະທິບາຍກ່ຽວກັບວິທີເບິ່ງ ແລະສັງເກດເງິນກີບແທ້, ເງິນກີບປອມໃນຮູບແບບການສຳຜັດ, ຈັບບາຍ, ສ່ອງໃສ່ແສງສະຫວ່າງ,​ ພິກອ່ຽງ ແລະສ່ອງຜ່ານແສງ UV ຫຼືຜ່ານເຄື່ອງຈັກ ກວດເງິນປອມ

ສຳລັບຜູ້ທີ່ເຮັດຜິດໃນການປອມແປງເງິນກີບ, ເງິນຕ່າງປະເທດ ຈະໄດ້ລົງໂທດຕັດອິດສະລະພາບ ແຕ່ 5 ປີ-15 ປີ ແລະຈະຖືກປັບໃໝແຕ່ 10-150 ລ້ານກີບ, ໃນກໍລະນີຜູ້ກະທຳຜິດຫາກໄດ້ປອມແປງ ຫຼື ໄດ້ນຳເອົາເງິນປອມເຂົ້າມາໂດຍມີການຈັດຕັ້ງ ຫຼື ຢ່າງຫຼວງຫຼາຍຈະຖືກລົງໂທດ ຕັດອິດສະຫຼະພາບແຕ່ 10-20 ປີ ແລະຈະຖືກປັບໃໝແຕ່ 20-300 ລ້ານກີບ.

ທ່ານ ສີວິໄລ ພົມມະຈັກ ກ່າວຕື່ມວ່າ ສຳສັບສະຖານທີ່ລະວັງເງິນປອມທີ່ມັກເກີດຂຶ້ນໄດ້ງ່າຍ ປະກອບມີສະຖານທີ່ຄ້າຂາຍເຊົ້າ-ແລງບ່ອນມືດ ຫຼື ສະຖານທີ່ມີ ແສງສະຫວ່າງໜ້ອຍສັງເກດເຫັນເງິນໄດ້ຍາກ, ເວລາຊື້-ຂາຍດີມີລູກຄ້າເຕັມຮ້ານຮັບເງິນໂດຍບໍ່ມີເວລາສັງເກດ ແລະກວດກາ, ໃຊ້ເງິນມູນຄ່າສູງຊື້ສິນຄ້າລາຄາຕ່ຳ ແລະສະແດງທ່າທີຮ້ອນຮົນ, ຊື້ສິນຄ້າແບບເໝົາໝົດບໍ່ຕໍ່ລອງລາຄາ ແລະຊຳລະເງິນໂດຍນຳເອົາເງິນປອມສອດໃສ່ເງິນແທ້.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...