spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຂົ້າກ້ອງ ອາຫານດີໆທີ່ຄວນມີໄວ້

ເຂົ້າກ້ອງ ອາຫານດີໆທີ່ຄວນມີໄວ້

Published on

 

ເຂົ້າກ້ອງ ທີ່ເຫັນວາງຂາຍຢູ່ຕາມຕະຫລາດ ອາດຈະມີຫລາກຫລາຍແບບຫລາກຫລາຍສີ ເປັນຕົ້ນວ່າ ສີໝົ່ນ, ສີນ້ຳຕານ, ສີແສດ….. ໃນປັດຈຸບັນນີ້ຄົນເຮົາມີຄວາມສົນອົກສົນໃຈຫລາຍ ເນື່ອງຈາກວ່າມີຄຸນຄ່າທາງອາຫານຫລາຍກວ່າເຂົ້າຂາວ ເປັນເຂົ້າທີ່ສີເອົາເປືອກມັນອອກໄປແຕ່ພຽງເທົ່ານັ້ນ ສ່ວນເຍື່ອຫຸ້ມ ແລະນ້ຳນົມເຂົ້າຍັງຄົງຢູ່ ເຊິ່ງສ່ວນນີ້ເອງທີ່ເຮັດໃຫ້ເຂົ້າກ້ອງມີປະໂຫຍດຫລາຍກວ່າເຂົ້າຂາວ ໃນເຂົ້າກ້ອງມີປະລິມານວິຕາມິນບີໜຶ່ງໃນປະລິມານທີ່ສູງ ມີວິຕາມິນບີລວມ ຟົດສະຟໍ ແຄນຊຽມ ເຫລັກ ໂປຕີນ ແລະກາກໄຍສູງກວ່າເຂົ້າຂາວ ແລະຍັງມີວິຕາມິນບີສອງ ທາດທອງ ແລະສານໄນອະຊີນອີກດ້ວຍ.

ການຮັບປະທານເຂົ້າກ້ອງເປັນປະຈຳ ຈະເຮັດໃຫ້ຮ່າງກາຍໄດ້ຮັບສານທີ່ເປັນປະໂຫຍດຫລາຍ ຊ່ວຍໃຫ້ການຂັບຖ່າຍດີຂຶ້ນ ແລະຊ່ວຍປ້ອງກັນໂລກທ້ອງຜູກໄດ້ອີກດ້ວຍ. ກ່ອນທີ່ຈະຫຸງເຂົ້າກ້ອງ ຄວນເກັບກາກ ແລະສິ່ງສົກກະປົກອອກກ່ອນ ຊາວເຂົ້າຄ່ອຍໆ ດ້ວຍຈຳນວນນ້ຳນ້ອຍໆ ເພື່ອປ້ອງກັນບໍ່ໃຫ້ວິຕາມິນບີ ເຊິ່ງລະລາຍນ້ຳໄດ້ບໍ່ໃຫ້ລະລາຍອອກໄປ ຄວນໃສ່ນ້ຳຫລາຍກວ່າຫຸງເຂົ້າຂ້າວເລັກນ້ອຍ ເພື່ອໃຫ້ເຂົ້າບໍ່ແຂງຈົນເກີນໄປ.

ດັ່ງນັ້ນ ເມື່ອຮູ້ຄຸນປະໂຫຍດຂອງເຂົ້າກ້ອງຢ່າງນີ້ແລ້ວ ພວກເຮົາຄວນຈະຫາຊື້ມາໄວ້ຢ່າງຮີບດ່ວນ ເພາະລາຄາຂອງມັນກໍບໍ່ຖືກ ແລະບໍ່ແພງເກີນໄປ ເຖິງຢ່າງໃດກໍເພື່ອສຸຂະພາບຂອງເຮົາ ຊ້ຳບໍ່ໜຳຍັງແຊບຊ້ອຍອີກດ້ວຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...