spot_img
Homeຂ່າວພາຍ​ໃນເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ເດີນທາງໄປດຶງດູດການລົງທຶນຢູ່ ສາທາລະນະລັດ ເກົາຫຼີ

ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ເດີນທາງໄປດຶງດູດການລົງທຶນຢູ່ ສາທາລະນະລັດ ເກົາຫຼີ

Published on

ໃນລະຫວ່າງວັນທີ 03 – 07 ຕຸລາ 2022 ທີ່ຜານມາ, ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ; ຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ພັດທະນາ ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປໂຄສະນາເຜີຍແຜ່ວຽກງານເຂດເສດຖະກິດພິເສດ ຂອງ ສປປ ລາວ ເພື່ອໃຫ້ນັກລົງທຶນ ສ. ເກົາຫຼີ ຮັບຮູ້ ແລະ ເຂົ້າໃນເຖິງນະໂຍບາຍສົ່ງເສີມ ແລະ ທ່າແຮງຂອງເຂດເສດຖະກິດພິເສດຢູ່ ສປປ ລາວ.

ໃນກອງປະຊຸມສົ່ງເສີມການລົງທຶນ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ກ່າວວ່າ ປະຈຸບັນໃນຍຸກແຫ່ງການເຊື່ອມໂຍງ ສປປ ລາວ ໄດ້ກາຍເປັນຈຸດສູນກາງໃນການເຊື່ອມໂຍງລະຫວ່າງບັນດາປະເທດໃນອາຊຽນ ກໍ່ຄືພາກພຶ້ນ ຈາກ Land Locked ເປັນ Land links ໂດຍສະເພາະແມ່ນ ເສັ້ນທາງລົດໄຟ ທີ່ເຊື່ອມເອົາປະເທດອາຊຽນ ຜ່ານ ສປປ ລາວ ເຂົ້າສູ່ ສປ ຈີນ ແລະ ໄປສາມາດເດີນທາງຕໍ່ໄປຍັງບັນດາປະເທດເອີຣົບອີກດ້ວຍ. ຈາກທ່າແຮງດັ່ງກ່າວ ມັນໄດ້ດຶງດູດເອົາການລົງທຶນ FDI ເປັນຈໍານວນຫຼາຍ ເວົ້າສະເພາະ ເຂດເສດຖະກິດພິເສດແມ່ນມີຈໍານວນ 22 ແຫ່ງໃນຂອບເຂດທົ່ວປະເທດ ເວົ້າສະເພາະໃນນະຄອນຫຼວງວຽງຈັນ ກໍປະກອບມີ 5 ເຂດເສດຖະກິດພິເສດ.

ໃນໂອກາດທີ່ຄະນະຜູ້ແທນເດີນທາງໄປເຮັດວຽກຄັ້ງນີ້ ຍັງໄດ້ມີໂອກາດພົບປະ ແລະ ລົງຢ້ຽມຢາມບັນດາວິສາຫະກິດທີ່ມີຊື່ສຽງຂອງ ສ. ເກົາຫຼີ ອີກຈໍານວນໜຶ່ງການລົງທຶນ.

ລາວ-ລລ

ແຫຼ່ງຂ່າວຈາກ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...