spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອ ຂູ່ໂຈມຕີ ເກົາຫຼີໃຕ້ ຫາກຍັງຊ້ອມຮົບຮ່ວມກັບສະຫະລັດ

ເກົາຫຼີເໜືອ ຂູ່ໂຈມຕີ ເກົາຫຼີໃຕ້ ຫາກຍັງຊ້ອມຮົບຮ່ວມກັບສະຫະລັດ

Published on

 

ເມື່ອວັນທີ 17 ສິງຫາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກົາຫຼີເໜືອຂູ່ຈະໂຈມຕີເກົາຫຼີໃຕ້

ຢ່າງບໍ່ປານີ ຫາກເກົາຫຼີໃຕ້ຍັງຄົງດັນໄປຊ້ອມຮົບກັບສະຫະລັດອາເມຣິກາ ດັ່ງທີ່ເຄີຍໄດ້ຊ້ອມຮ່ວມກັນມາຕະຫຼອດ.

 

ການຂູ່ໂຈມຕີຄັ້ງລ່າສຸດນີ້ ເກີດຂຶ້ນໃນວັນທີ 17 ສິງຫາ 2014 ທີ່ຜ່ານມາ ຫຼັງຈາກທີ່ເກົາຫຼີໃຕ້ ກຳລັງກຽມການຊ້ອມ

ຮົບກັບສະຫະລັດອາເມຣິກາ ບໍລິເວນຖານທັບໃນເກົາຫຼີໃຕ້ພາຍໃນອາທິດນີ້ ເຊິ່ງເປັນພາລະກິດທີ່ທັງສອງປະເທດ

ຮ່ວມກັນເຝິກຊ້ອມມາໂດຍສະຫຼອດ, ແຕ່ກໍໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບເກົາຫຼີເໜືອມາໂດຍຕະຫຼອດເຊັ່ນດຽວກັນ

ໂດຍຈາກຖະແຫຼງການຂອງລັດຖະບານເກົາຫຼີເໜືອ ໄດ້ລະບຸວ່າ ເກົາຫຼີເໜືອຂໍປະກາດອີກເທື່ອໜຶ່ງວ່າ ຈະໂຈມຕີ

ເກົາຫຼີໃຕ້ ດ້ວຍວິທີການໂຈມຕີແບບບໍ່ປານີໃຜ ຖ້າຫາກສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ ຍັງຄົງສືບຕໍ່ທີ່ຈະດຳ

ເນີນການຊ້ອມຮົບຮ່ວມກັນອີກ ເຊິ່ງຖ້າຫາກໄດ້ໂຈມຕີແລ້ວ ສະຫະລັດ ແລະ ເກົາຫຼີໃຕ້ ຈະໂທດໃຜບໍ່ໄດ້.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...