spot_img
Homeຂ່າວຕ່າງປະເທດເກີດ​ການ​ປະ​ທະ​ກັນ​ຢູ່ເມືອງອາ​ເລັບ​ໂປ​ອີກ​ເທື່ອ​ໜຶ່ງ​ຫຼັງ​ສິ້ນ​ສຸດ​ສັນຍາຢຸດ​ຍິງ

ເກີດ​ການ​ປະ​ທະ​ກັນ​ຢູ່ເມືອງອາ​ເລັບ​ໂປ​ອີກ​ເທື່ອ​ໜຶ່ງ​ຫຼັງ​ສິ້ນ​ສຸດ​ສັນຍາຢຸດ​ຍິງ

Published on

ຫຼັງ​ການ “ຢຸດ​ຍິງ​ເພື່ອ​ມະນຸດສະທຳ” ​ເປັນ​ເວລາ 3 ວັນກໍໄດ້​ເກີດ​ການ​ປະ​ທະ​ກັນຢ່າງ​ດຸ​ເດືອດ​​ອີກ​ເທື່ອ​ໜຶ່ງລະຫວ່າງລັດຖະບານ​ຊີຣີ​ແລະຫຼາຍກຸ່ມ​ຕໍ່ຕ້ານ​ລັດຖະ ບານ​​ຢູ່ເມືອງ ອາ​ເລັບ​ໂປ ທາງ​ພາກ​ເໜືອ​ຂອງປະ​ເທດ​ດັ່ງກ່າວໃນ​ວັນ​ທີ 22 ຕຸລາ​ນີ້.

2228

ສື່​ມວນ​ຊົນ​ຊີຣີລາຍ​ງານ​ວ່າ: ການ​ປະ​ທະ​ກັນ​ເທື່ອ​ນີ້​ເກີດ​ຂຶ້ນ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເ​ມື​ອງອາ​ເລັບ​ໂປທີ່​ເປັນບໍລິ​ເວນ​ຄວບ​ຄຸມ​ຂອງກຸ່ມ​ຕໍ່ຕ້ານ​ລັດຖະບານ​ແລະ​ກຸ່ມ​ກໍ່​ການ​ຮ້າຍ. ​ແນວ​ໃດ​ກໍ​ດີ, ຈາກ​ການ​ສະໜັບສະໜູນ​ຂອງ​ການ​ໂຈມ​ຕີ​ທາງ​ອາກາດ, ກອງທັບ​ລັດຖະບານ​ຊີຣີ​ໄດ້​ຮັບຜົນສຳ​ເລັດ​ໃນ​ການ​ຕໍ່ສູ້ຢູ່​ເຂດ​ຊາ​ລາ-ອັດ-ດິນ.

6966

ເຈົ້າ​ໜ້າ​ທີ່​ກອງທັບ​ລັດຖະບານຊີຣີທີ່​ບໍ່​ປະສົງອອກ​ນາມຢືນຢັນ​ວ່າ: ​ໃນ​ໄລຍະ​ປະຕິບັດການ “ຢຸດ​ຍິງ​ເພື່ອ​ມະນຸດສະທຳ”, ມີ​ພຽງ​ແຕ່​ກຸ່ມ​ປະກອບ​ອາວຸດ 7 ຄົນ​ທີ່​ຂຶ້ນ​ກັບກຸ່ມ​ຕໍ່​ຕ້ານ​ລັດຖະບານ “Ahrar al-Sham” ຍອມ​ຈຳນົນ​ຕໍ່​ກອງ​ທັບ​ລັດຖະບານ, ຂະນະ​ທີ່​ຍັງ​ມີ​ປະຊາຊົນ​ຈຳນວນ​ບໍ່​ຫຼາຍ​ໄດ້​ຖອນ​ອອກ​ຈາກ​ບໍລິ​ເວນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງອາ​ເລັບ​ໂປ. ​ແນວ​ໃດ​ກໍ​ດີ, ກອງທັບ​ຊີຣີກໍ​ໄດ້ກ່າວ​ປະນາມ​ກຸ່ມ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ “Jabhat Fateh al-Sham”​ ແລະ​ອື່ນໆທີ່​ມີ​ເຈດ​ຕະນາ​ທຳລາຍ​ການ​ຢຸດ​ຍິງ​ເທື່ອ​ນີ້​ເພື່ອ​ກີດ​ຂວາງ​ປະຊາຊົນ​ຖອນ​ອອກ​ຈາກ​ບໍລິ​ເວນ​ດັ່ງກ່າວ.

ຂ່າວຈາກ: ສຳນັກຂ່າວເອບີຊີ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...