spot_img
Home​ຂ່າວທ່ອງທ່ຽວອ່າງນ້ຳງື່ມ ທະເລສາບເມືອງລາວ

ອ່າງນ້ຳງື່ມ ທະເລສາບເມືອງລາວ

Published on

ເຂື່ອນນ້ຳງື່ມ 1 ໄດ້ກັ້ນນ້ຳງື່ມຢູ່ໃນບໍລິເວນແຂວງວຽງຈັນ, ເຊິ່ງຍອດນ້ຳງື່ມແທ້ໆ ແມ່ນມາແຕ່ແຂວງຊຽງຂວາງ. ຫຼັງຈາກການກັ້ນນ້ຳງື່ມ ທາງໜ້າເຂື່ອນຈຶ່ງກາຍເປັນທະເລສາບຂະໜາດໃຫຍ່ ສຸດສາຍຫູສາຍຕາ ມີເກາະດອນຢັ້ງຢາຍທົ່ວໄປເປັນບ່ອນ ແທ້ໆແລ້ວ ບັນດາເກາະດອນນີ້ກໍຄື ຈອມພູທີ່ເຫຼືອຈາກການຖືກນ້ຳຖ້ວມນັ້ນເອງ ຕອນນີ້ຈຶ່ງກາຍເປັນບ່ອນພັກຜ່ອນ ແລະ ບ່ອນທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ກັບພໍ່ຄ້າແມ່ຂາຍແຖວນັ້ນ ເຊິ່ງມີທັງຮ້າຍຂາຍເຄື່ອງ, ເຮືອແພ, ເຮືອນຳທ່ຽວ ທີ່ມີທັງຊະນິດທີ່ນັ່ງໄປລ້າໆ ກັບຊະນິດທີ່ນັ່ງໄປກິນໄປ ສຳລັບລາຄາຄ່າເຊົ່າເຮືອກໍບໍ່ແພງ ພໍໄປພໍມາຢູ່ ສ່ວນທີ່ພັກກໍມີໂຮງແຮມແດນສະຫວັນ ຣີສອດ ໃຫ້ບໍລິການ ໄດ້ມາດຕະຖານສູງ ກິດຈະກໍາທີ່ນັກທ່ອງທ່ຽວທີ່ນິຍົມຫຼາຍໃນການໄປພັກຜ່ອນ, ລ່ອງເຮືອ,ກິນປາ, ຂີ່ເຈ໌ດສະກີ, ທ້າຍອາທິດກັບຄອບຄົວ ແລະ ໝູ່ເພື່ອນ,

15-1

ເສັ້ນທາງການທ່ອງທ່ຽວທະເລສາບ ແມ່ນ ມີໃຫ້ແວ່ຈຸດຊົມວິວ ເປັນອາຄານສີຂາວໂລ່ງ ມີຂັ້ນໄດຂຶ້ນເປັນກຽວກ້ຽວຂຶ້ນຕັ້ງຢູ່ກາງທະເລສາບ ແລະ ມີແຫຼ່ງທ່ອງທ່ຽວອີກສອງແຫ່ງຄື ດອນທ້າວ ແລະ ດອນນາງ. ຟັງຊື່ແລ້ວອາດຈະຈິນຕະນາການ ວ່າເປັນດອນທີ່ີມີເລື່ອງ ລາວກ່ຽວກັບຄວາມຮັກຂອງບ່າວສາວ ຫຼື ນິທານຕຳນານຮັກພື້ນເມືອງຢ່າງແນ່ນອນ ແຕ່ຄວາມຈິງແລ້ວຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ວ່າ ນັ້ນເປັນບ່ອນທີ່ກັບຂັງນັກໂທດ ທີ່ີມີການເຝິກສອນວິຊາຊີບຈັກສານຕ່າງໆໃຫ້ເປັນຢ່າງດີ. ດອນທ້າວ ແມ່ນບ່ອນກັກຂັງນັກໂທດຊາຍ ສ່ວນດອນນາງແມ່ນບ່ອນກັງຂັງຂອງນັກໂທດຍິງ. ບ່ອນກັກຂັງທີ່ນີ້ບໍ່ມີຮົ້ວຫຼືກຳແພງຕຶບໜາຫຼືສູງຊັນແຕ່ຢ່າງໃດ ແຕ່ຖືກອ້ອມລ້ອມດ້ວຍທະເລສາບ ທີ່ມີທັດສະນິຍະພາບອັນສວຍສົດງົດງາມ. ມີນັກທ່ອງທ່ຽວຕ່າງປະເທດບາງຄົນເວົ້າຕະຫຼົກວ່າ ຢາກເປັນນັກໂທດທີ່ຖືກກັກຂັງໃນດອນທ້າວດອນນາງນີ້ແທ້ໆ ເພາະບັນຍາກາດ ແລະ ທິວທັດທຳມະຊາດມັນສວຍງາມກວ່າຕົວເມືອງຂອງເຂົາເຈົ້າຊ້ຳອີກ.

ເຂື່ອນໄຟຟ້ານ້ຳງື່ມ 1 ຕັ້າຢູ່ທີ່ບ້ານ ແສງສະຫວ່າງ , ເມືອງ ແກວ້ອຸດົມ , ແຂວງ ວຽງຈັນ, ໄກຈາກນະຄອນຫຼວງວຽງຈັນະມານ 90 ກິໂລແມັດ ສາມາດຜະລິດກະແສໄຟຟ້າໄດ້ຫຼາຍພໍທີ່ຈະໃຊ້ໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ສົ່ງຂາຍໃຫ້ປະເທດໄທນຳອີກ.

nma-n-lakea 4623
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...