spot_img
Homeຂ່າວການພັດທະນາອົງການ UNFPA ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອໄວໜຸ່ມຍິງຜູ້ດ້ອຍໂອກາດ

ອົງການ UNFPA ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອໄວໜຸ່ມຍິງຜູ້ດ້ອຍໂອກາດ

Published on

ທ່ານ ນາງ ເຟຣເດີຣິກາ ເມເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ( UNFPA ) ກ່າວໃນພິທີສະເຫຼີມສະຫຼອງວັນໄວໜຸ່ມຍິງສາກົນເມື່ອມໍ່ໆມານີ້ວ່າ: ຫຼາຍໆປະເທດລວມທັງ ສປປລາວແມ່ນຍັງບໍ່ສາມາດສະໜອງຂໍ້ມູມຂ່າວສານແບບແຍກເພດ ແລະ ອາຍຸ, ໄດ້ຊຶ່ງຂໍ້ມູນສ່ວນຫຼາຍເຫຼົ່ານີ້ແມ່ນຍັງເປັນແບບລັກຊະນະຂົງເຂດຫຼາຍກວ່າ, ລວມທັງດ້ານຄວາມທຸກຍາກ, ຄວາມຮຸນແຮງຈາກຄົນຮັກ ຫຼື ຜົວ, ການເສຍຊີວິໃນໄວໜຸ່ມທີ່ເກີດຈາກການຖືພາ ແລະ ອາການສົນຈາກການເກີດລູກເປັນຕົ້ນ ແລະ ສິ່ງດັ່ງກ່າວໄດ້ກາຍເປັນສິ່ງທ້າທາຍທີ່ເດັກຍິງຫຼາຍຄົນກຳ ລັງພົບພໍ້ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ບໍ່ມີໃຜຈະຮັບຮູ້ເຖິງຄວາມຮຽກຮ້ອງຕ້ອງການ ແລະ ພອນສະຫວັນຂອງເຂົາເຈົ້າ, ແຕ່ເຖິງຢ່າງໃດກໍຕາມສິງດັ່ງກ່າວມັນຍັງບໍ່ທັນສວາຍເກີນໄປສຳລັບພວກເຮົາກໍຄືປະເທດລາວ ແລະ ຄິດວ່າເຖິງເວລາແລ້ວທີ່ພວກເຮົາຈະເອົາຈິງເອົາຈັງໃນການແກ້ໄຂບັນຫາດັ່ງກ່າວທີ່ເກີດຂື້ນກັບເດັກຍິ່ງ,ດ້ວຍການນຳໃຊ້ຕົວເລກທີ່ເປັນເຄື່ອງມືສຳຄັນສຳລັບການພັດ ທະນາເປັນເຄື່ອງມືໃນການປ້ອງກັນ ແລະ ສົ່ງເສີມສິດທິຂອງໄວໜຸ່ມຍິງທຸກຄົນ ແລະ ໃນຖານະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອໃຫ້ບັນລຸເປົ້າໝາຍການພັດທະນານັ້ນ, ພວກເຮົາຕ້ອງຮັບຮູ້ເພື່ອທີ່ຈະຕອບຄຳຖາມໂດຍກົງຕໍ່ເດັກຍິງແນວໃດ ແລະ ເພື່ອເຮັດໄດ້ແນວນັ້ນມັນຕ້ອງໄດ້ເຮັດວຽກເປັນຄູ່ພາຄີນຳກັນທີ່ເຂັ້ມແຂງຈາກຫຼາຍໜ່ວຍງານລວມທັງພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ, ລວມທັງ UNFPA ແລະ ພາກເອກະຊົນຕ່າງໆ ແລະ ໃນນາມຕາງໜ້າອົງການສະຫະປະຊາຊາດກອງທຶນສຳ ລັບປະຊາກອນຂໍ້ໃຫ້ຄຳໝັ້ນວ່າ: ຈະສືບຕໍ່ສະໜັບສະໜູນ ແລະ ເຮັດວຽກຮ່ວມກັບລັດຖະບານລາວໃນກາຊ່ວຍເຫຼືອໄວໜຸ່ມຍິງຜູ້ດ້ອຍໂອກາດ, ເພື່ອໃຫ້ເຂົາເຈົ້າໄດ້ເຮັດສຳເລັດຕາມພອນສະຫວັນ ແລະ ກຳ ນົດສັ້ນທາງເດີນຂອງຕົນເອງ ແລະ ພວກເຮົາພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ສປປ ລາວ ແກ້ໄຂບັນຫາດັ່ງກ່າວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...