spot_img
Homeຂ່າວຕ່າງປະເທດອຸທາຫອນ! ໄມ້ໄຜ່ຫຼຸດອອກຈາກລົດ ຟົ້ງສຽບທ້າຍລົດເມ

ອຸທາຫອນ! ໄມ້ໄຜ່ຫຼຸດອອກຈາກລົດ ຟົ້ງສຽບທ້າຍລົດເມ

Published on

ອີງຕາມສຳນັກຂ່າວຈີນລາຍງານເມື່່ອວັນທີ 1 ພະຈິກຜ່ານມານີ້ວ່າ ເວລາປະມານ 13:30 ໂມງ ຢູ່ທີຖະໜົນອູ່ຫຼິນຊີລູ່ ເຂດກວາງເຈີ ເມືອງໜານຜິງ ມົນທົນຝູຈຽນ ເກີດເຫດລົດແກ່ໄມ້ ຄັນໜຶ່ງ ທີ່ແກ່ໄມ້ໄຜ່ຍາວ ມາເຕັມຄັນລົດ, ຕໍ່ມາໄດ້ເກີດເຫດການບໍ່ຄາດຄິດຄື ໄມ້ນັ້ນໄດ້ຟົ້ງສຽບເຂົ້າທ້າຍລົດໂດຍສານປະຈຳທາງ ທີ່ກຳລັງແລ່ນຢູ່ ຈົນເຮັດໃຫ້ແກ້ວລົດແຕກ ໂຊກດີທີ່ບໍ່ມີຜູ້ໂດຍສານຫຼາຍ ຈຶ່ງເຮັດໃຫ້ບໍ່ມີຜູ້ໄດ້ຮັບບາດເຈັບ

ຜູ້ເຫັນເຫດການເລົ່າວ່າ ເຫດການດັ່ງກ່າວເກີດຂຶ້ນໃກ້ປໍ້ານໍ້າມັນແຫ່ງໜຶ່ງ ໂດຍລົດທັງສອງຄັນບໍ່ໄດ້ບໍ່ໄດ້ຊົນກັນ ແຕ່ມີໄມ້ໄຜ່ຈຳນວນໜຶ່ງທີ່ຫຼຸດອອກມາແລ້ວຟົ້ງເຂົ້າສຽບທ້າຍລົດໂດຍສານປະຈຳທາງ ຈົນເຮັດໃຫ້ທະລຸເຂົ້າໄປໃນລົດ ແລະໄມ້ອີກຈຳນວນໜຶ່ງຕົກລົງຕາມຖະໜົນ ເຮັດໃຫ້ກີດຂວາງເສັ້ນທາງສັນຈອນ, ເຈົ້າໜ້າທີ່ຕຳຫຼວດບອກວ່າ: ສາເຫດຂອງການເກີດເຫດຄັ້ງນີ້ ແມ່ນອາດເກີດຈາກວິທີການຈັດໄມ້ໄຜ່ບໍ່ເໝາະສົມ ຈຶ່ງເຮັດໃຫ້ໄມ້ໄຜ່ຫຼຸດອອກກມາ ຈົນເກີດເຫດດັ່ງກ່າວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...