spot_img
Homeຂ່າວທ້ອງຖິ່ນອຸດົມໄຊ ກວດກາ 121 ໂຄງການ ພົບຜົນເສຍຫາຍ 1,120 ຕື້ກີບ

ອຸດົມໄຊ ກວດກາ 121 ໂຄງການ ພົບຜົນເສຍຫາຍ 1,120 ຕື້ກີບ

Published on

ໃນກອງປະຊຸມວຽກງານກວດກາທົ່ວແຂວງອຸດົມໄຊ ຄັ້ງທີ 3 ທີ່ເກີດຂຶ້ນຫວ່າງບໍ່ດົນມານີ້, ຄະນະກວດກາແຂວງ ໄດ້ກວດກາວຽກງານຢູ່ພາຍໃນແຂວງອຸດົມໄຊ ແຕ່ປີ 2011-2015 ວ່າ: ໃນ 5 ປີຜ່ານມາ ຄະນະພັກ, ຄະນະກວດກາແຂວງ ອຸດົມໄຊ ໄດ້ດຳເນີນການກວດກາທັງໝົດ 242 ເປົ້າໝາຍ, ໃນນີ້ ກວດກາປົກກະຕິໄດ້ 235 ເປົ້າໝາຍ, ກວດກາຕາມຄຳສັ່ງ 7 ເປົ້າໝາຍ, ພົບເຫັນການເສຍຫາຍຈຳນວນ 9.43 ຕື້ກີບ, ເກັບກູ້ໜີ້ສິຮຄຸມເຄືອ ແຕ່ປີ 2011-2015 ໄດ້ 3.76 ຕື້ກີບ, ເກັບກູ້ ຄືນໃຫ້ລັດໄດ້ 1.89 ຕື້ກີບ, ກວດພົບເຫັນການຂຸດຄົ້ນ ຊື້-ຂາຍ ໄມ້ຜິດກົດໝາຍ ຢູ່ບັນດາເມືອງ ຈຳນວນ 3,786 ແມັດກ້ອນ, ຄິດເປັນມູນຄ່າເທົ່າກັບ 8 ຕື້ກວ່າກີບ, ກວດກາການສໍ້ລາດບັງຫຼວງ 7 ເປົ້າໝາຍ ພົບເຫັນຜົນເສຍຫາຍ ເປັນຈຳນວນເງິນ 5.71 ຕື້ກີບ

ນອກຈາກນັ້ນ ໄດ້ດຳເນີນການກວດກາ ສະເພາະກິດ ຮ່ວມກັບອົງການກວດກາລັດຖະບານ ຈຳນວນ 121 ໂຄງການ ພົບເຫັນຜົນເສຍຫາຍ 1,120 ຕື້ກີບ, ໂຄງການທີ່ບໍ່ມີໂຕຕົນ 26 ໂຄງການ, ໃນນັ້ນ ມີບັນດາພະນັກງານ ລັດຖະກອນຖືກດຳເນີນການສືບສວນ-ສອບສວນ 149 ຄົນ, ຈຳນວນໜຶ່ງແມ່ນ ຖືກປະຕິບັດວິໄນ. ນອກນັ້ນທາງຄະນະກວດກາ ຍັງໄດ້ມີການ ຕິດຕາມກວດກາຢູ່ ບັນດາຫົວໜ່ວຍທຸລະກິດ,​ ບໍລິສັດ ແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2013-2014 ຂອງແຂວງ, ເຂົ້າຮ່ວມ ແລະແກ້ໄຂການນຳເຂົ້າລົດບໍ່ຖືກກົດໝາຍ ເຊິ່ງມີທັງໝົດ 37,377 ຄັນ, ລວມທັງການ ດຳເນີນການແຈ້ງຊັບສິນ ແລະລາຍຮັບຂອງພະນັກງານສຳເລັດຕາມລະດັບຄາດໝາຍ

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...