spot_img
Homeຂ່າວຕ່າງປະເທດອິນເຕີເນັດຜ່ານດາວທຽມຂອງເຟສບຸກ ຕ້ອງຢຸດສະງັກຫຼັງຈະຫຼວດລະເບີດ (ມີຄລິບ)

ອິນເຕີເນັດຜ່ານດາວທຽມຂອງເຟສບຸກ ຕ້ອງຢຸດສະງັກຫຼັງຈະຫຼວດລະເບີດ (ມີຄລິບ)

Published on

ຈະຫຼວດ Falcon 9 ຂອງ SpaceX ບໍລິສັດອາວະກາດເອກະຊົນຂອງ Elon Musk ໄດ້ເກີດລະເບີດຂຶ້ນລະຫວ່າງການທົດສອບກ່ອນທີ່ຈະປ່ອຍດາວທຽມ AMOS-6 ດາວທຽມສັນຍານອິສຣາເອລ ເຊິ່ງ Facebook ໄດ້ມີການເຊົ່າຊ່ອງສັນຍານດ້ວຍມູນຄ່າເຖິງ 95 ລ້ານຫຼຽນສະຫະລັດ ເພື່ອໃຊ້ກັບໂຄງການ Internet.org ທີ່ມີຈຸດປະສົງໃນການເຮັດໃຫ້ອິນເຕີເນັດສາມາດເຂົ້າເຖິງໄດ້ທົ່ວທຸກມຸມໂລກ

ດາວທຽມດັ່ງກ່າວມີແຜນຈະຖືກສົ່ງຂຶ້ນໃນວັນ 3 ກັນຍາ (ມື້ນີ້) ດ້ວຍຈະຫຼວດ Falcon 9 ຈະຫຼວດລຸ້ນທີ່ທັນສະໃໝທີ່ສຸດໃນໂລກຂອງ SpaceX ໂດຍເປັນຈະຫຼວດພຽງລຸ້ນດຽວທີ່ສາມາດນຳກັບມາໃຊ້ໃໝ່ໄດ້ ບໍ່ຄືກັບຈະຫຼວດລຸ້ນອື່ນ ທີ່ໃຊ້ແລ້ວຈະຕ້ອງປ່ອຍໃຫ້ຕົກໄປ ບໍ່ສາມາດເກັບກູ້ມາໃຊ້ໄດ້ອີກ

amos-6-internet-sat-609x426

ເຫດການບໍ່ຄາດຝັນເກີດຂຶ້ນກ່ອນຮອດມື້ປ່ອຍແທ້ພຽງ 2 ວັນ ໃນຂະນະທີ່ Falcon 9 ກຳລັງທົດສອບ Static Fire ຫຼື ການຈູດເຄື່ອງຍົນ ເພື່ອທົດສອບ ແຕ່ກໍ່ໄດ້ເກີດຄວາມຜິດພາດຂຶ້ນໃນສ່ວນທີ່ 2 ຂອງຈະຫຼວດ (ຈະຫຼວດສ່ວນເທິງ) ເຮັດໃຫ້ເກີດລະເບີດຢ່າງຮຸນແຮງສົ່ງຜົນໃຫ້ Falcon 9 ແລະ ດາວທຽມ AMOS-6 ເກີດຄວາມເສຍຫາຍທັງໝົດ

CrUTF8iVYAIpA6F

ຫຼັງຈາກນັ້ນບໍ່ພໍເທົ່າໃດນາທີ Mark Zuckerberg ໄດ້ອອມາໂພສຕ໌ຂໍ້ຄວາມໂດຍມີເນື້ອໃນວ່າ ຕົນເອງຜິດຫວັງຢ່າງແຮງທີ່ດາວທຽມຂອງເຂົາ ຕ້ອງຖືກທຳລາຍລົງແບບນີ້ ແຕ່ໂຄງການອື່ນໆຂອງ Internet.org ຍັງຕ້ອງດຳເນີນຕໍ່ໄປ

ໃນຕອນນີ້ SpaceX ຍັງຄົງສຶບສວນຫາສາເຫດວ່າເກີດຈາກຄວາມຜິດພາດໃດເຖິງເຮັດໃຫ້ເກີດລະເບີດນີ້ ຮູ້ເບື້ອງຕົ້ນພຽງວ່າເກີດຈາກຖັງ Liquid Oxygen ທີ່ໃຊ້ໃນການເຜົາໃໝ້ເຊື້ອເຜີງຈະຫຼວດເກີດລະເບີດລະຫວ່າງທີ່ກຳລັງເຕີມເຊື້ອເຜີງ

ຂ່າວຈາກ: http://www.macthai.com/2016/09/02/facebook-internet-sat-delayed-by-f9-failure/
ທີ່ມາຮູບ – US Launch Report

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...