spot_img
Homeຂ່າວຕ່າງປະເທດອາຣັບບີ ຊາອຸດິດ ຕັດສິນປະຫານຊີວິດ 15 ຄົນ ຖານເປັນນັກສືບສອດແນມໃຫ້ ອີຣ່ານ

ອາຣັບບີ ຊາອຸດິດ ຕັດສິນປະຫານຊີວິດ 15 ຄົນ ຖານເປັນນັກສືບສອດແນມໃຫ້ ອີຣ່ານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວານີ້ວ່າ ສານອາຣັບບີ ຊາອຸດິດ ໄດ້ພິພາກສາປະຫານຊີວິດ ຜູ້ຖືກຫາ 15 ຄົນ ໃນຂໍ້ຫາກະບົດ ໂດຍກ່າວຫາວ່າ ພວກກ່ຽວມີຄວາມຜິດຖານເປັນນັກສືບສອດແນມ ໃຫ້ແກ່ລັດຖະບານອີຣ່ານ ໂດຍຜູ້ຖືກຫາທັງໝົດນີ້ ສ່ວນໃຫຍ່ແມ່ນເປັນຊາວອາຣັບບີ ຊາອຸດິດ ຈຳນວນ 13 ຄົນ ແລະ ທີ່ເຫລືອອີກ 2 ຄົນ ເປັນຊາວອີຣ່ານ ແລະ ຊາວອັບການິສະຖານ.

ການຕັດສິນຄະດີດັ່ງກ່າວນີ້ ໄດ້ສ້າງຄວາມເຄັ່ງຕຶງເພີ່ມຂຶ້ນໃນພາກພື້ນອາຊີຕາເວັນອອກກາງ ແລະ ເຮັດໃຫ້ຄວາມສຳພັນລະຫວ່າງ ອາຣັບບີ ຊາອຸດິດ ແລະ ອີຣ່ານ ຍິ່ງຕົກຕ່ຳລົງຕື່ມອີກ, ດ້ານລັດຖະບານອີຣ່ານ ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວນີ້ ພ້ອມທັງຮຽກຮ້ອງໃຫ້ອາຣັບບີ ຊາອຸດິດ ຢ່າກ່າວຫາອີຣ່ານແບບລອຍໆ ເພື່ອຫວັງຜົນປະໂຫຍດທາງການເມືອງ ແລະ ເພີ່ມທະວີຄວາມເຄັ່ງຕຶງພາຍໃນພາກພື້ນ.

ດ້ານອົງການນິລະໂທດສະກຳສາກົນ (Amnesty International – AI) ໄດ້ອອກມາກ່າວປະນາມ ຄຳຕັດສິນປະຫານຊີວິດ ໃນມື້ວານນີ້ (6 ທັນວາ) ວ່າ ການຕັດສິນດັ່ງກ່າວ ເປັນການເຢາະເຢີ້ຍຄວາມຍຸຕິທຳ ແລະ ລະເມີດຫລັກສິດທິມະນຸດຢ່າງຮຸນແຮງ.​
 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...