spot_img
Homeຂ່າວພາຍ​ໃນອາຊຽນ-ຈີນ ຕັ້ງເປົ້າມູນຄ່າການຄ້າໃຫ້ບັນລຸພັນຕື້ໂດລາໃນປີ 2020

ອາຊຽນ-ຈີນ ຕັ້ງເປົ້າມູນຄ່າການຄ້າໃຫ້ບັນລຸພັນຕື້ໂດລາໃນປີ 2020

Published on

ສປ ຈີນ ເປັນປະເທດຄູ່ເຈລະຈາທຳອິດທີ່ເຂົ້າເປັນພາຄີຂອງສົນທິສັນຍາໄມຕິຈິດ ແລະການຮ່ວມມືອາຊີຕາເວັນອອກສຽງໃຕ້ ທັງເປັນຄູ່ຮ່ວມຍຸດທະສາດທຳອິດຂອງອາຊຽນ, ສິ່ງທີ່ສຳຄັນຜູ້ນຳອາຊຽນ-ຈີນ ໄດ້ເພີ່ມທະວີການຮ່ວມມືເພື່ອໃຫ້ບັນລຸມູນຄ່າການຄ້າພັນຕື້ໂດລາໃນປີ 2020.
ວັນທີ 7 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 19 ນອກນັ້ນ ຍັງມີການສະເຫຼີມສະຫຼອງສາຍພົວພັນອາຊຽນ-ຈີນ ຄົບຮອບ 25 ປີ ຊຶ່ງຜູ້ນຳອາຊຽນ-ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນ ການຮ່ວມມືໃນໄລຍະ 2 ທົດສະວັດກວ່າ ໂດຍສາມາດຍາດໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ.

ນອກນັ້ນ ບັນດາຜູ້ນຳອາຊຽນ-ຈີນ ຍັງໄດ້ຮັບຮອງເອົາ 4 ເອກະສານສຳຄັນເປັນຕົ້ນຖະແຫຼງການຮ່ວມຂອງ ກອງປະຊຸມສຸດຍອດ ການສະເຫຼີມສະຫຼອງສາຍພົວພັນອາຊຽນ-ຈີນ ຄົບຮອບ 25 ປີ, ຖະແຫຼງການຮ່ວມລະຫວ່າງອາຊຽນ-ຈີນວ່າດ້ວຍການຮ່ວມມື ແລະສົ່ງເສີມການສ້າງຂີດຄວາມສາມາດດ້ານການຜະລິດ, ຖະແຫຼງການຮ່ວມອາຊຽນ-ຈີນວ່າດ້ວຍການຈັດຕັ້ງປະຕິບັດລະບຽບການປະພຶດໃນກໍລະນີມີການປະເຊີນທາງອາກາດ ແລະທາງທະເລຢູ່ທະເລຈີນໃຕ້, ລະບຽບການສຳລັບສາຍດ່ວນລະຫວ່າງຫົວໜ້າເຈົ້າໜ້າທີ່ອາວຸໂສ ກະຊວງການຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ແລະຈີນໃນຕໍ່ໜ້າ.

ທັງນີ້ ບັນດາຜູ້ນຳອາຊຽນ-ຈີນຍັງ ໄດ້ເຫັນດີສືບຕໍ່ຈັດຕັ້ງປະຕິບັດກິດຈະກຳສະເຫຼີມສະຫຼອງການຮ່ວມມືອາຊຽນ-ຈີນ ແລະເຫັນດີກຳນົດເອົາປີ 2017 ເປັນປີແຫ່ງການຮ່ວມມືດ້ານການທ່ອງທ່ຽວອາຊຽນ-ຈີນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...