spot_img
Homeຂ່າວພະຍາກອນອາກາດອາກາດໜາວທົ່ວທຸກພາກຂອງປະເທດລາວ

ອາກາດໜາວທົ່ວທຸກພາກຂອງປະເທດລາວ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການສະພາບອາກາດໜາວທົ່ວທຸກພາກຂອງປະເທດລາວ ໃນວັນທີ 25 ມັງກອນ 2024 ເວລາ 12:00 ນາທີ, ໂດຍມີເນື້ອໃນວ່າ: ມວນອາກາດໜາວເຢັນທີ່ປະເທດຈີນຍັງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດໜາວເຢັນພ້ອມມີລົມພັດແຮງໃນແຕ່ລະພາກ ແລະ ອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ ແຂວງໄຊສົມບູນ, ຫຼັກຊາວ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ.ເຊິ່ງລາຍລະອຽດຂອງສະພາບອາກາດຂອງແຕ່ລະແຂວງສາມາດອ່ານຕາມແຈ້ງການລຸ່ມນີ້:

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ ແຂວງພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນຫຼາຍທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ, ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມເຮັດໃຫ້ຮ່າງການອົບອຸ່ນຢູ່ສະເໝີ. ສໍາລັບຜູ້ເດີນທາງໃນເຂດພາກເໜືອຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...