spot_img
HomeBaby-ແມ່ແລະເດັກອັດສະລິຍະໂລກຕະລຶງ Bella ເດັກນ້ອຍອາຍຸ 4 ປີ ເວົ້າໄດ້ເຖິງ 7 ພາສາແບບຄ່ອງແຄ້ວຖືກຕ້ອງ (ມີຄລິບ)

ອັດສະລິຍະໂລກຕະລຶງ Bella ເດັກນ້ອຍອາຍຸ 4 ປີ ເວົ້າໄດ້ເຖິງ 7 ພາສາແບບຄ່ອງແຄ້ວຖືກຕ້ອງ (ມີຄລິບ)

Published on

Bella Devyatkina ເດັກຍິງຊາວລັດເຊຍ ອາຍຸ 4 ປີ ຈາກນະຄອນລວງມອສໂກ ຄົນນີ້ກາຍເປັນຄົນດັງພາຍໃນຂ້າມຄືນ ຫຼັງຈາກໄປອອກລາຍການໂຊຄວາມສາມາດພິເສດດ້ານພາສາ ກັບທາງສະຖານີໂທລະພາບຂອງລັດເຊຍ ຈົນຕອນນີ້ກາຍເປັນກະແສໂດ່ງດັງ ແລະ ເວົ້າເຖິງໃນໂລກໂຊຊ້ຽວ ເຊິ່ງເວັບໄຊ  odditycentral ໄດ້ນຳສະເໜີໃຫ້ຊົມເມື່ອວັນທີ 24 ຕຸລາ 2016 ທີ່ຜ່ານມາ

ໂດຍພາສາທີ່ ເບລລ່າ ສາມາດເວົ້າໄດ້ມີ: ພາສາອັງກິດ, ຝຣັ່ງ, ຈີນ,  ລັດເຊຍ, ເຢຍລະມັນ, ສະເປນ ແລະ ອາຣາບິດ ໄດ້ຢ່າງຄ່ອງແຄ້ວ ແລະ ສາມາດໂຕ້ຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ຖືກຕ້ອງ ຈົນເຮັດໃຫ້ຜູ້ຄົນທີ່ຢູ່ໃນລາຍເຖິງກັບຕະລຶງໃນຄວາມສາມາດຂອງເດັກນ້ອຍຄົນນີ້

ພໍ່ຂອງເບລລ່າໄດ້ສອນພາສາອັງກິດໃຫ້ລູກຕັ້ງແຕ່ອາຍຸ 2 ປີ ແລະ ຫຼັງຈາກນັ້ນກໍ່ສັງເກດວ່າ ເບລລ່າມີຄວາມສົນໃຈຮຽນຮູ້ພາສາອື່ນໆອີກ ພໍ່ແມ່ຂອງເບລລ່າຈິ່ງຈ້າງຄູພາສາຕ່າງໆມາສອນເພີ່ມເຕີມໃຫ້ລູກສາວ ໂດຍຕອນນີ້ ເບລລ່າໃຊ້ເວລາຮຽນພາສາ ມື້ລະ 6 ຊົ່ວໂມງ ທຸກມື້ ທາງຄອບຄົວຂອງເບລລ່າຢືນຢັນວ່າການຮຽນພາສາຂອງເບລລ່ານັ້ນເປັນເກມຮຽນແບບມ່ວນຊື່ນ ບໍ່ແມ່ນບົດຮຽນແບບຕຶງຄຽດ

ທີ່ມາຈາກ: http://hilight.kapook.com/view/144111


ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...