spot_img
Homeຂ່າວພາຍ​ໃນຫຼວງນໍ້າທາ ຄາດຄະເນແຜນງົບປະມານ 6 ເດືອນທ້າຍປີ​ຈະປະຕິບັດໃຫ້ໄດ້​ 525,81 ຕື້ກີບ

ຫຼວງນໍ້າທາ ຄາດຄະເນແຜນງົບປະມານ 6 ເດືອນທ້າຍປີ​ຈະປະຕິບັດໃຫ້ໄດ້​ 525,81 ຕື້ກີບ

Published on

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນທ້າຍປີ ແລະ ຄາດຄະເນປະຕິບັດໝົດປີ 2023 ໃຫ້ໄດ້ຕາມແຜນ ພະແນກການເງິນແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປະຕິບັດວຽກງານ ໂດຍສຸມໃສ່ບາງມາດຕະການ ແລະ ວຽກງານຈຸດສຸມຕົ້ນຕໍດັ່ງນີ້: ຈັດເກັບລາຍຮັບງົບປະມານ ລວມທັງໝົດ (ສູນກາງລວມກັບທ້ອງຖິ່ນ) ຄາດຄະເນ 6 ເດືອນທ້າຍປີ 2023 ໃຫ້ໄດ້ຈໍານວນ 525,81 ຕື້ກີບ ແລະ ໝົດປີ 2023 ໃຫ້ໄດ້ຈໍານວນ 1.124,43 ຕື້ກີບ ເທົ່າກັບ 100,82% ຂອງແຜນການປີ ໃນນີ້: ລາຍຮັບສູນກາງ (ປະຕິບັດຢູ່ແຂວງ) ຄາດຄະເນ 6 ເດືອນທ້າຍປີ 2023 ໃຫ້ໄດ້ຈໍານວນ 441,42 ຕື້ກີບ, ຄາດຄະເນປະຕິບັດໝົດປີ 2023 ໃຫ້ໄດ້ 970 ຕື້ກີບ ເທົ່າກັບ 100% ຂອງແຜນການໝົດປີ ຊຶ່ງປະກອບມີລາຍຮັບຂອງແຂວງ (ພູດທ້ອງຖິ່ນ): ຄາດຄະເນ 6 ເດືອນທ້າຍປີ 2023 ໃຫ້ໄດ້ 84,39 ຕື້ກີບ, ໝົດປີ 2023 ໃຫ້ໄດ້ 154,43 ຕື້ກີບ ເທົ່າກັບ 106,33% ຂອງແຜນການໝົດປີ ໃນນີ້: ລາຍຮັບສ່ວຍສາອາກອນ ຄາດຄະເນ 6 ເດືອນທ້າຍປີ 2023 ໃຫ້ໄດ້ ຈໍານວນ 68,46 ຕື້ກີບ, ໝົດປີ 2023 ໃຫ້ໄດ້ 132,96 ຕື້ກີບ ເທົ່າກັບ 103% ຂອງແຜນການໝົດປີ ໃນນີ້ ຄຸ້ມຄອງຊັບສິນຂອງລັດ ຄາດຄະເນ 6 ເດືອນທ້າຍປີ 2023 ໃຫ້ໄດ້ 1,58 ຕື້ກີບ, ໝົດປີ 2023 ໃຫ້ໄດ້ 21,47 ຕື້ກີບ ເທົ່າກັບ 130,36% ຂອງແຜນການປີ.

ດ້ານລາຍຈ່າຍງົບປະມານ (ລວມລາຍຈ່າຍທັງໝົດ) ຄາດຄະເນ 6 ເດືອນທ້າຍປີ 2023 ອະນຸມັດໃຫ້ໄດ້ ຈໍານວນ 206,03 ຕື້ກີບ, ໝົດປີ 2023 ໃຫ້ໄດ້ 384,15 ຕື້ກີບ ເທົ່າກັບ 108,51% ຂອງແຜນການ ປີ (ລວມທັງການສະເໜີຂໍດັດແກ້ເພີ່ມແຜນລາຍຈ່າຍງົບປະມານ) ໃນນີ້ ລາຍຈ່າຍປົກກະຕິ ຄາດຄະເນ 6 ເດືອນທ້າຍປີ ອະນຸມັດໃຫ້ໄດ້ 194,46 ຕື້ກີບ, ໝົດປີ 2023 ໃຫ້ໄດ້ 365,84 ຕື້ກີບ ເທົ່າກັບ 107,62% ຂອງແຜນການປີ.

ເພື່ອເຮັດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ພະແນກການເງິນແຂວງ ຈະສືບຕໍ່ປະສານສົມທົບສາຍຕັ້ງ, ສາຍຂວາງ ເພື່ອຄົ້ນຄວ້າ-ພິຈາລະນາ ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນ, ໝູນວຽນ, ຍົກຍ້າຍ, ແຕ່ງຕັ້ງບຸກຄະລະກອນ ຂົງເຂດການເງິນ ຂັ້ນແຂວງ, ຂັ້ນເມືອງ ໃຫ້ກະທັດຮັດ, ມີຄວາມເຂັ້ມແຂງດ້ານວິຊາການ ແລະ ໃຫ້ມີປະສິດທິຜົນດີຂຶ້ນ; ສືບຕໍ່ປະຕິບັດແຜນດໍາເນີນງານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ຂອງແຂວງຫຼວງນໍ້າທາ ໂດຍເລັ່ງໃສ່:

ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງງົບປະມານແຫ່ງລັດ, ໂດຍເລັ່ງໃສ່ອັດຊ່ອງວ່າງ ການຮົ່ວໄຫຼເກັບລາຍຮັບງົບປະມານ ເພື່ອຮັບປະກັນໃນການຈັດເກັບລາຍຮັບໃຫ້ຄົບຖ້ວນ; ເກັບໃຫ້ຖືກຕ້ອງ ແລະ ເກັບໃຫ້ໝົດ ໄປພ້ອມໆກັບການປັບປຸງກົນໄກການຄຸ້ມຄອງຖານຂໍ້ມູນລາຍຮັບ, ລະບົບຕິດຕາມການແຈ້ງມອບລາຍຮັບຂອງຂະແໜງການເງິນ; ພ້ອມທັງຕິດຕາມ, ຊຸກຍູ້, ແນະນໍາ ແລະ ປັບປຸງແກ້ໄຂຜົນຂອງການກວດສອບຕາມບົດບັນທຶກຜົນການກວດສອບ ແລະ ມະຕິສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງທີ່ຕິດພັນກັບບັນດາຫົວໜ່ວຍງົບປະມານໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ.

ແຫຼ່ງຂ່າວ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...