spot_img
Homeຂ່າວພາຍ​ໃນຫຼວງນ້ຳທາ-ບໍ່ແກ້ວ ຝືກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ

ຫຼວງນ້ຳທາ-ບໍ່ແກ້ວ ຝືກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ

Published on

ວັນທີ 26 ກໍລະກົດ 2022 ຜ່ານມາ, ຢູ່ທີ່ ຫໍວັດທະນະທໍາແຂວງຫຼວງນ້ຳທາ ໄດ້ຈັດຊຸດຝຶກກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ ໃຫ້ພະນັກງານແຂວງຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ສີວິໄລ ປັນແກ້ວ ປະທານ ກວດກາພັກ-ອົງການກວດກາລັດແຂວງຫຼວງນ້ຳທາ, ທ່ານ ປະລິນຍາເອກ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ,ຕ້ານການສໍ້ລາດບັງຫຼວງ ທ່ານ ຈອນ ຄອນໂນຣີ້ ຜູ້ອຳນວຍການສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການແຫ່ງປະເທດ ລຸກຊຳບວກ ປະຈຳ ສປປ ລາວ ,ວິທະຍາກອນ, ສໍາມະນາກອນຈາກອົງການກວດກາພັກ-ລັດແຂວງຫຼວງນ້ຳທາ,ແຂວງບໍ່ແກ້ວ ບັນດາເມືອງ ແລະ ພະນັກງານກວດກາອ້ອມຂ້າງແຂວງເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້: ສໍາມະນາກອນຈະໄດ້ຮຽນຮູ້ ກ່ຽວກັບການສໍ້ລາດຫວັງຫຼວງ, ສິດທິສັນຍາ ສະຫະປະຊາຊາດ ວ່າດ້ວຍການສໍ້ລາດບັງຫຼວງ, ຂອບກົດໝາຍສາກົນ ແລະ ແຫ່ງຊາດ, ດ້ານກົດໝາຍ, ບົດຮຽນການຕ້ານການສໍ້ລາດຫວັງຫຼວງໃນພາກພື້ນ, ບົດຮຽນຂອງປະເທດ, ການຟອກເງີນທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ, ກ່ຽວກັບວິຊາການກວດກາທີ່ເປັນພື້ນຖານ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ວຽກງານຕິດຕາມພັກ,ກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ການກວດກາໂຄງການລົງທືນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງ,ຮ້ອງທຸກ ແລະ ຄໍາສະເໜີ, ຄວາມຮູ້ພື້ນຖານກ່ຽວກັບວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກງານການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ,

ການຄົ້ນຄວ້າຄຳຮ້ອງ-ຄຳສະເໜີຫຼາຍລະດັບ ແລະ ຫຼາຍລະບົບ ແລະ ການພັດທະນາວຽກງານກວດກາໄລຍະ ປີ2022-2026 ຂອງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IVວຽກງານກວດກາເປັນວຽກງານທີ່ສຳຄັນໃນການປະຕິບັດພາລະບົດບາດນຳພາ-ຄຸ້ມຄອງບໍລິຫານ ຂອງການຈັດຕັ້ງ, ຮັບປະກັນລັກສະນະວິທະຍາສາດ ແລະ ມີປະສິດທິພາບ ຕ້ອງໄດ້ດຳເນີນການກວດກາຢ່າງແຂງແຮງ ເປັນປົກກະຕິ, ເຊິ່ງຕ້ອງມີອົງການ ແລະ ພະນັກງານທີ່ມີຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະ ດ້ານຕ່າງໆ ກໍຄືວິຊາການກ່ຽວກັບວຽກງານກວດກາທີ່ໜັກແໜ້ນ ພ້ອມທັງເປັນການ ບຳລຸງ-ກໍ່ສ້າງພະນັກງານທີ່ເຮັດວຽກກວດກາໄດ້ຢ່າງຖືກຕ້ອງ.
ແຫຼ່ງຂ່າວ:MediaLAOS

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...