spot_img
Homeຂ່າວເຫດການຫົວໜ້າຫ້ອງວ່າການ ປະທານປະເທດ ຕ້ອນຮັບທູດພິເສດ ສ ກາຊັກສະຖານ

ຫົວໜ້າຫ້ອງວ່າການ ປະທານປະເທດ ຕ້ອນຮັບທູດພິເສດ ສ ກາຊັກສະຖານ

Published on

13

ຂປລ. ຕອນເຊົ້າວັນທີ 13 ສິງຫາ 2015 ທີ່ຫ້ອງວ່າການ ປະທານປະເທດ, ທ່ານ ພົງສະຫວັດ ບຸບຜາ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຄຳນັບຂອງ ທ່ານ ອັສກາ ມູຊິນັອບ(Askar MUSSINOV) ລັດຖະມົນຕີ ຊ່ວຍວ່າການ ກະຊວງການ ຕ່າງປະເທດແຫ່ງ ສາທາ ລະນະລັດ ກາຊັກສະຖານ. ໃນໂອກາດ ທີ່ທ່ານໄດ້ຮັບການ ແຕ່ງຕັ້ງຈາກ ປະທານາທິບໍດີ ສ ກາຊັກສະຖານ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຖາ ນະທູດ ພິເສດ ມາຢືນຈົດໝາຍ ຕໍ່ປະທານປະເທດ ແຫ່ງ ສປປ ລາວ ເພື່ອຂໍສຽງສະໜັບສະໜູນຈາກ ສປປ ລາວ ໃນການ ລົງສະໝັກເຂົ້າ ເປັນສະມາຊິກ ບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ສຳລັບສົກປີ 2017-2018 ເຊິ່ງຈະມີການ ເລືອກຕັ້ງຂຶ້ນໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 71 ທີ່ນິວຢອກ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແລກປ່ຽນທັດສະນະ ຕໍ່ການຮ່ວມມືເຂດພາກພື້ນ ແລະ ສາກົນ ເຊິ່ງໄລຍະ ຜ່ານມາ ສປປ ລາວ ແລະ ສ ກາຊັກສະຖານ ໄດ້ໃຫ້ການຊ່ວຍເຫລືອ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍຍັງໄດ້ ທົບທວນຄືນ ການພົວພັນຮ່ວມມືກັນ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ. ພ້ອມນີ້ສອງຝ່າຍ ຍັງໄດ້ແຈ້ງສະພາບ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ໃຫ້ກັນຊາບ ພ້ອມທັງໄດ້ ຢືນຢັນ ຈະປະກອບສ່ວນ ເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ ໂດຍສະເພາະ ໃນຂົງເຂດ ຂະແໜງການ ຮ່ວມມືກັນທາງດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ, ການສຶກສາ ແລະ ຂະແໜງການອື່ນໆ ທີ່ສອງ ຝ່າຍມີຄວາມສົນໃຈ ຮ່ວມກັນ ແລະ ມີບາງອັນ ສອງຝ່າຍກະກຽມ ທີ່ຈະເຊັນສັນຍານຳກັນ.
ທ່ານ ພົງສະຫວັດ ບຸບຜາ ໄດ້ສະແດງຄວາມຍິນດີທີ່ ທ່ານ ອັສກາ ມູຊິນັອບ ໄດ້ຖືກແຕ່ງຕັ້ງເປັນທູດພິເສດ ມາປະຕິບັດພາລະກິດຢູ່ ສປປ ລາວ ເຊິ່ງຈະເປັນການ ປະກອບສ່ວນຊຸກຍູ້ ການພົວພັນຮ່ວມມືສອງຝ່າຍ ໃນອະນາຄົດ. ພ້ອມນີ້ ທ່ານຍັງໄດ້ອວຍພອນໃຫ້ ທ່ານ ອັສກາ ມູຊິນັອບ ປະສົບຜົນສຳເລັດ ໃນການປະຕິບັດ ພາລະກິດ ຂອງຕົນ ຢູ່ ສປປ ລາວ ໃນຄັ້ງນີ້.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...