ຫູຕຶງແກ້ໄດ້ດ້ວຍຫົວຜັກທຽມແບບບູຮານ

ຫູຕຶງເປັນອາການເປັນກັນຫຼາຍທີ່ສຸດສ່ວນໃຫຍ່ມັກເກີດກັບຄົນ ທີ່ມີອາຍຸຫຼາຍ ເມື່ອເປັນແລ້ວຫູຈະໄດ້ຍິນແດ່ບໍ່ໄດ້ຍິນແດ່ແຕ່ບໍ່ແມ່ນ ຫູໜວກໃຜເວົ້ານຳຈະຕ້ອງເວົ້າສຽງດັງຈຶ່ງຈະເຂົ້າໃຈ.

     ຜູ້ເປັນຫູຕຶງບາງຄົນຕ້ອງໃຊ້ວິທີອ່ານປາກ ເຫດນີ້ເອງຈິ່ງກ່ໍໃຫ້ເກີດຄວາມລຳຄານສຳລັບຄູ່ສົນທະນາ ໃນສະໄໝບູຮານໝໍຢາພື້ນ ເມືອງມີວິທີປິ່ນປົວຫູຕຶງງ່າຍໆ ດ້ວຍການນຳເອົາຫົວຜັກທຽມຈຳ ນວນຕາມຄວາມຕ້ອງການຕຳ ໃຫ້ລະອຽດຄັ້ນເອົາແຕ່ນ້ຳແລ້ວ ນຳມາຢອດເຂົ້າຮູຫູປະໄວ້ຈັກໜ່ອຍແລ້ວງ່ຽງຫົວໃຫ້ນ້ຳອອກ ຈາກຫູ ຊຶ່ງໃຊ້ຢອດມື້ລະ 3-4 ເທື່ອຕາມທີ່ສະດວກ 1-2 ອາທິດ ອາການຫູຕຶງກໍ່ຈະດີຂຶ້ນ ແລະຫາຍໄດ້. ເມື່ອດີແລ້ວກໍ່ຢຸດຢອດ, ເມື່ອມີອາການຈຶ່ງຕຳມາຢອດອີກສູດ ນີ້ໃຊ້ຢອດສະເພາະຄົນຫູຕຶງຢ່າງດຽວ ຖ້າຫູເປັນນ້ຳ ແລະຫູໜວກແມ່ນຈະໃຊ້ບໍ່ໄດ້.

 

ທີ່ມາ: ຂ່າວເສດຖະກິດ-ສັງຄົມ