spot_img
Homeຂ່າວການພັດທະນາຫວຽດນາມ-ລາວ-ກຳປູເຈຍ ຮ່ວມມືປ້ອງກັນຕ້ານຢາເສບຕິດ

ຫວຽດນາມ-ລາວ-ກຳປູເຈຍ ຮ່ວມມືປ້ອງກັນຕ້ານຢາເສບຕິດ

Published on

400.ma tuy (Small)

ຕາມ​ຂ່າວ​ ຕ່າງປະ​ເທດ, ກອງ​ປະຊຸມ ລະດັບ​ສູງ ຫວຽດ​ນາມ-ລາວ-ກຳ​ປູ​ເຈຍ ກ່ຽວ​ກັບ​ ການ​ຮ່ວມ​ມື, ຕ້ານ​ຢາ ​ເສບ​ຕິດ ​ຄັ້ງ​ທີ 15  ​ໄດ້​ຈັດ​ຂຶ້ນ ​ໃນວັນ​ທີ 9 ທັນວາ 2015 ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ. ຈາກ​ນັ້ນ ທ່ານ ຫວູ​ດຶກ​ດາມ, ​ຮອງ​ນາ​ຍົກ ​ລັດ​ຖະ​ມົນ​ຕີ, ປະ​ທານ ​ຄະ​ນະ ​ກຳ​ມະ​ການ ​ແຫ່ງ​ຊາດ​ ກ່ຽວ​ກັບ ​ການ​ປ້ອງ​ກັນ, ຕ້ານ AIDS ແລະ ປ້ອງ​ກັນ​ໄພ ​​ຕ້ານຢາ ​ເສບ​ຕິດ, ໂ​ສ​ເພ​ນີ ຫວຽດ​ນາມ ​​ໄດ້​ຍົກ​ໃຫ້​ເຫັນ ​ສະ​ພາບ ​ອາ​ຊະ​ຍາ​ກຳ ​ຢາ​ເສບ​ຕິດ ​ໃນ​ພາກ​ພື້​ນ ເຕັມໄປດ້ວຍ ​ໄພ​ອັນ​ຕ​ະ​ລາຍ ​ສຳ​ລັບ​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​-ສັງ​ຄົມ, ຄວາມ​ເປັນ​ ລະ​ບຽບ ຮຽບຮ້ອຍ​ ທາງ​ສັງ​ຄົມ, ຄວາມ​ສະ​ຫງົບ ປອດ​ໄພ ​ຢູ່​ເຂດ ​ຊາຍ​ແດນ ແລະ ອາ​ຊີ​ ຕາ​ເວັນ​ອອກ​ ສ່ຽ​ງ​ໃຕ້ ພ້ອມທັງ ຍົກເອົາ ບັນຫາ ຢາ​ເສບ​ຕິດ​ ໃຫ້ກາຍເປັນ ​ບັນ​ຫາ ​ສາ​ກົນ. ສະ​ນັ້ນ, ທັງສາມຝ່າຍ ຕ້ອງ​ເພີ່ມ​ທະ​ວ​ີ ​ໃນ​ການ​ຮ່ວມ​ມື​ ປ້ອງ​ກັນ, ຕ້ານ​ຢາ ​ເສບ​ຕິດ ຢ່າງເຂັ້ມແຂງ ຍິ່ງຂຶ້ນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...