spot_img
Homeຂ່າວທ້ອງຖິ່ນຫລວງພະບາງ ກຳນົດຖະໜົນສີສະຫ່ວາງວົງ ໃຫ້ແຕ່ລົດຖີບ ແລະ ຄົນຍ່າງສັນຈອນ!

ຫລວງພະບາງ ກຳນົດຖະໜົນສີສະຫ່ວາງວົງ ໃຫ້ແຕ່ລົດຖີບ ແລະ ຄົນຍ່າງສັນຈອນ!

Published on

6940 06.07.2015.4

ຂປລ. ທ່ານ ບຸນຄົງ ສຸກສະຫັວດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ໄດ້ໃຫ້ສຳພາດວ່າ: ເພື່ອເຮັດໃຫ້ອ້ອມຮອບ ຖະໜົນສີສະຫວ່າງວົງ ບາງຈຸດມີຄວາມເປັນລະບຽບ ແລະ ເປັນການອຳນວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວເຂດຕີນພູສີ ແລະ ໜ້າຫໍພິພິດທະພັນແຫ່ງຊາດ ຫລວງພະບາງ ມີຄວາມສະດວກ ທັງມີຄວາມເປັນລະບຽບຮຽບຮ້ອຍ ເນື່ອງຈາກວ່າໃນໄລຍະຜ່ານມາ ແມ່ນສ້າງຄວາມຫຍຸ້ງຍາກ ໃຫ້ແກ່ເຈົ້າໜ້າທີ່ ໃນການຈັດສັນຄວາມ ເປັນລະບຽບຮຽບຮ້ອຍ  ເພາະວ່າມີລົດຫລາຍຂະໜາດເຂົ້າອອກເປັນປະຈຳ ແລະ ມີບາງພາສ່ວນກໍມາວາງຂາຍ ເຄື່ອງໃສ່ທາງຍ່າງ ອັນເປັນການສ້າງຄວາມສັບສົນ ໃຫ້ແກ່ເຈົ້າໜ້າທີ່  ແລະ  ສ້າງພາບພົດ ອັນບໍ່ຈົບງາມໃນເຂດດັ່ງກ່າວ.

ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ ກຳນົດໃຫ້ເສັ້ນທາງສີສະຫວ່າງວົງບາງຈຸດ ບໍ່ໃຫ້ມີການສັນຈອນສະເພາະລົດຈັກຂຶ້ນໄປ ຈະອານຸຍາດໃຫ້ພຽງລົດຖີບ ແລະ ຄົນຍ່າງເທົ່ານັ້ນສາມາດສັນຈອນໄປມາໄດ້ ໂດຍກຳນົດເອົາ ວັນພັກລັດຖະການຄື: ທຸກໆວັນເສົາ ແລະ ວັນອາທິດ ເປັນມື້ຈັດຕັ້ງປະຕິບັດ ນັບແຕ່ເວລາ 8:00 ໂມງ ຫາ 23:00 ໂມງ ສ່ວນການຂາຍເຄື່ອງຂອງພໍ່ຄ້າແມ່ຄ້າ ໃນຕະຫຼາດກາງຄືນນັ້ນ ແມ່ນໃຫ້ດຳເນີນຄືເກົ່າ ໂດຍເລີ້ມແຕ່ເວລາ 16:00 ໂມງ ແມ່ນຈະປິດ ການສັນຈອນເພື່ອເປີດຕະຫຼາດກາງຄືນ, ສ່ວນບຸກຄົນໃດຈະສັນຈອນຜ່ານທາງສາຍນີ້ ແມ່ນໃຫ້ນຳໃຊ້ ເສັ້ນທາງລຽບແຄມຂອງ  ແລະ  ແຄມຄານຄືເກົ່າ ແຕ່ຕ້ອງປະຕິບັດຕາມ ກົດລະບຽບ ທີ່ພາກສ່ວນກ່ຽວຂ້ອງກຳນົດໄວ້ຄື ເປັນເສັ້ນທາງວັນເວ (ໝາຍຄວາມວ່າ ແລ່ນໄດ້ເສັ້ນດຽວຕາມແລວນ້ຳໄຫລ).

ທ່ານ ບຸນຄົງ ສຸກສະຫັວດ ຮຽກຮ້ອງໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນທຸກຄົນຕ້ອງເປັນເຈົ້າການໃນການປະຕິບັດ ກົດລະບຽບຈະລາຈອນ  ແລະ  ສັນຈອນ ຕາມທ້ອງຖະໜົນ ຢ່າງມີສະຕິລະວັງຕົວ ເພື່ອຫຼີກລ້ຽງການເກີດອຸບັດເຫດທີ່ ອາດຈະເກີດຂື້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...