spot_img
Homeຊີວິດແລະຄວາມຮັກສາວໆ ຖ້າມີນິໄສແບບນີ້ຮັບຮອງວ່າແຟນບໍ່ນອກໃຈ

ສາວໆ ຖ້າມີນິໄສແບບນີ້ຮັບຮອງວ່າແຟນບໍ່ນອກໃຈ

Published on

ຜູ້ຍິງສ່ວນຫຼາຍ ມັກຈະບໍ່ຢາກໃຫ້ແຟນຂອງຕົນເອງໄປຫຍຸ້ງກ່ຽວ ຫຼືນອກໃຈຕົນເອງ, ມັກຈຸກຈິກຈູ້ຈີ້ຢູ່ຕະຫຼອດເວລາ, ມັກໂທຖາມຫາວ່າຢູ່ໃສກັບໃຜ ຕະຫຼອດເວລາ, ແຕ່ຮູ້ບໍວ່າ ການທີ່ເຮົາເຮັດແບບນັ້ນ ຍິ່ງເຮັດໃຫ້ເຂົາ ຢາກຈະນອກໃຈເຈົ້າຊໍ້າ ທາງທີ່ດີຄວນມາເບິ່ງແຍງດູແລສຸຂະພາບຕົນເອງ, ໝັ່ນຟິດຫຸ່ນໃຫ້ຫຸ່ນດີຢູ່ສະເໝີ ແລະເອົາໃຈເຂົາໃຫ້ຫຼາຍ ຜູ້ຊາຍຈະບໍ່ນອກໃຈໄປທາງອື່ນແນ່ນອນ

  1. ເບິ່ງແຍງຕົນເອງໃຫ້ຫຼາຍຂຶ້ນກວ່າເກົ່າ: ໜຸ່ມໆທຸກຄົນຕ້ອງການຢາກໃຫ້ແຟນຕົນເອງງາມຂຶ້ນຢູ່ສະເໝີ, ຜູ້ຍິງງາມນີ້ລະຈະເອົາຊະນະໃຈຜູ້ຊາຍໄດ້ຕະຫຼອດໄປ, ເພາະສະນັ້ນ ຖ້າຫາກເຈົ້າ ມີແຟນແລ້ວ ກໍຫ້າມປ່ອຍຕົວໂຕເອງເດັດຂາດ ເຮົາຕ້ອງມາເບິ່ງແຍງດູແລຕົນເອງໃຫ້ງາມຢູ່ຕະຫຼອດ, ຕັ້ງແຕ່ເລື່ອງໜ້າຕາ, ຜິວພັນ, ຊົງຜົມ, ການນຸ່ງເຄື່ອງກໍຕ້ອງໃຫ້ງາມຢູ່ສະເໝີ, ເມື່ອເຈົ້າງາມຢູ່ສະເໝີຮັບຮອງວ່າ ແຟນເຈົ້າ ບໍ່ກ້ານອກໃຈແນ່ນອນ
  2. ໝັ່ນຟິດຫຸ່ນໃຫ້ຫຸ່ນດີ ເຊັກຊີ່ຕະຫຼອດ: ນອກຈາກຄວາມງາມຢູ່ໃບໜ້າ, ຜິວພັນ ແລະສ່ວນອື່ນໆແລ້ວ, ເລື່ອງຂອງຮູບຮ່າງຫຸ່ນຮອຍກໍບໍ່ຄວນເບິ່ງຂ້າມ ເຖິງແມ່ນວ່າໜ້າຕາຈະທຳມະດາ ແຕ່ຖ້າຫຸ່ນດີຈະຊະນະໃຈໜຸ່ມໆ, ເຮົາຕ້ອງໝັ່ນຟິດຫຸ່ນຕົນເອງຕະຫຼອດ ເພື່ອເຮັດໃຫ້ເຊັກຊີ່ຫຸ່ນດີຕະຫຼອດເວລາ
  3. ເອົາໃຈຄົນຮັກໃຫ້ເປັນ: ເມື່ອເຈົ້າງາມແລ້ວ ກໍຄວນຈະຮູ້ເອົາໃຈເກັ່ງເຊັ່ນ: ເວົ້າຈາອ່ອນຫວານ, ເວົ້າມ່ວນຫູ, ໃຫ້ກຳລັງໃຈ, ຊ່ວຍເຫຼືອເຂົາຍາມມີບັນຫາ, ເບິ່ງແຍງເຂົາເວລາເຈັບປ່ວຍ ພຽງເທົ່ານີ້ກໍຮັບຮອງວ່າ ໜຸ່ມໆບໍ່ກ້ານອກໃຈເຮົາເດັດຂາດ
  4. ໃຫ້ອິດສະຫຼະກັບເຂົາແດ່: ຜູ້ຊາຍບໍ່ມັກໃຫ້ແຟນຂອງຕົນເອງຫຶງຈົນເກີນໄປ ໂດຍບໍ່ເບິ່ງເຫດ ແລະຜົນ, ຈຸກຈິກຕະຫຼອດເວລາ, ມັນຈະບົ່ງບອກວ່າເຈົ້າ ບໍ່ໄວ້ໃຈເຂົາ, ຈະເຮັດໃຫ້ເຂົາບໍ່ມີອິດສະລະໃນໂຕເອງ, ດັ່ງນັ້ນ ເຮົາຄວນໃຫ້ຄວາມອິດສະຫຼະກັບເຂົາແດ່, ໃຫ້ເຂົາໄດ້ພົບປະກັບໝູ່ຄູ່, ມີສັງຄົມໃນແບບທີ່ເຂົາຕ້ອງການ ເຮັດແບບນີ້ຈະເຮັດໃຫ້ເຂົາໄດ້ຮູ້ສຶກຮັບກຽດຈາກເຮົາ ແລະຍິ່ງຄິດຮອດເຮົາຫຼາຍຂຶ້ນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...