spot_img
Homeຂ່າວພາຍ​ໃນສາວລາວຖືກຈັບກຸມຢູ່ຮ້ານຄາລະໂອເກະຢູ່ໜອງຄາຍ ຂໍ້ຫາຂາຍບໍລິການ ແລະ ເຂົ້າປະເທດຜິດກົດໝາຍ

ສາວລາວຖືກຈັບກຸມຢູ່ຮ້ານຄາລະໂອເກະຢູ່ໜອງຄາຍ ຂໍ້ຫາຂາຍບໍລິການ ແລະ ເຂົ້າປະເທດຜິດກົດໝາຍ

Published on

ວັນທີ 5 ກໍລະກົດ 2021, ສໍານັກງານກວດຄົນເຂົ້າເມືອງ ຜູ້ບັນຊາການສໍານັກງານກວດຄົນເຂົ້າເມືອງ ແຂວງໜອງຄາຍ ຮ່ວມກັນຖະແຫຼງຂ່າວການຈັບກຸມຄະດີສໍາຄັນ ໄດ້ຈັບກຸມ ທ້າວ ສົງການ ອາຍຸ 49 ປີ ເຈົ້າຂອງຮ້ານຄະລາໂອເກະ ພ້ອມຄົນລາວ 3 ຄົນ ທີ່ຫ້ອງພັກຣີສອດ ເມືອງ ໂພນພິໄສ ແຂວງໜອງຄາຍ ໃນຄວາມຄິດຖານ ເປັນຜູ້ສະແຫວງຫາຜົນປະໂຫຍດຈາກບຸກຄົນ ແລະ ເດັກນ້ອຍ ໂດຍສະແຫວງຫາປະໂຫຍດຈາກການຄ້າປະເວນີ, ເຊີນຊວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ເພື່ອການຄ້າປະເວນີ, ພ້ອມແຈ້ງຂໍ້ກ່າວຫາໃຫ້ກັບຍິງຊາວລາວ ຊາບວ່າ ເປັນບຸກຄົນຕ່າງດ້າວທີ່ເຂົ້າມາຢູ່ ແລະ ເຂົ້າມາເຮັດວຽກໂດຍບໍ່ມີໃບອະນຸຍາດ.

ພາບຈາກ www.naewna.com

ຕໍາຫຼວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ສືບສວນຊາວລາວທີ່ລັກລອບຂ້າມເຂົ້າມາໃນລາດຊະອານາຈັກໄທ ໄດ້ຮູ້ວ່າ ກຸ່ມຄົນລາວບາງສ່ວນ ມັກຈະລັກລອບເຂົ້າມາເຮັດວຽກຂາຍບໍລິການ ຢູ່ທີ່ ຮ້ານຄະລາໂອເກະ ແຫ່ງໜຶ່ງ ໃນພື້ນທີ່ ແຂວງ ໜອງຄາຍ ເຊິ່ງມີການລັກລອບຮັບຄົນລາວເຂົ້າມາເຮັດວຽກໂດຍຜິດກົດໝາຍ ແລະ ພົບວ່າມີການລັກລອບຄ້າປະເວນີແອບແຝງ ເຊິ່ງທາງຮ້ານໄດ້ລັກລອບເປີດໃຫ້ນັກທ່ອງທ່ຽວຂາປະຈໍາມາໃຊ້ບໍລິການເຄື່ອງດື່ມແລະ ຊື້ບໍລິການທາງເພດ ໂດຍໃຊ້ວິທີການປິດໄຟພາຍໃນຮ້ານ ເພື່ອອໍາພາງເຈົ້າໜ້າທີ່ໃຫ້ຫຼົງເຊື່ອວ່າຮ້ານດັ່າງກ່າວບໍ່ໄດ້ເປີດບໍລິການ, ເຊິ່ງຈາກການສືບສວນພົບວ່າ ມີການນໍາເອົາຍິງຊາວລາວທີ່ອາຍຸຕໍ່າກວ່າ 18 ປີ ໃຫ້ບໍລິການຢູ່ພາຍໃນຮ້ານ ເຊິ່ງເຈົ້າຂອງຮ້ານຈະໃຫ້ຍິງຊາວລາວ ຊວນລູກຄ້າທີ່ມານັ່ງດື່ມສະເໜີຂາຍບໍລິການທາງເພດ ໂດຍຄ່າບໍລິການຄັ້ງລະ 1,500-2,000 ບາດໄທ (ປະມານ 600,000 ປາຍກີບ) ໂດຍເຈົ້າຂອງຮ້ານຈະຄອຍຄວບຄຸມ ແລະ ສັ່ງໃຫ້ເດັກນ້ອຍມາບໍລິການແຂກ ແລະ ຫາກມີການຂາຍບໍລິການທາງເພດ ເຈົ້າຂອງຮ້ານຈະໄດ້ສ່ວນແບ່ງຈາກການການຂາຍບໍລິການຄັ້ງລະ 300 ບາດໄທ (ປະມານ 100,000 ກີບ).

ຮູບໂດຍ naewna.com

ຫຼັງຈາກການສອບສວນຜ່ານໄປ ຕໍາຫຼວດໄທ ກໍຈະດໍາເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...