spot_img
HomeBaby-ແມ່ແລະເດັກສານອາຫານບຳລຸງສະໝອງລູກໃນທ້ອງ ຄວນກິນຕັ້ງແຕ່ເລີ່ມຖືກພາ

ສານອາຫານບຳລຸງສະໝອງລູກໃນທ້ອງ ຄວນກິນຕັ້ງແຕ່ເລີ່ມຖືກພາ

Published on

ການກິນອາຫານສຳລັບແມ່ຍິງຖືພາ ເປັນເລື່ອງທີ່ສຳຄັນຫຼາຍ ເພາະອາຫານທີ່ແມ່ກິນນັ້ນ ຈະສົ່ງຜົນເຖິງລູກໂດຍກົງ, ດັ່ງນັ້ນ ແມ່ຍິງຖືພາ ຄວນເລືອກກິນອາຫານທີ່ໃຫ້ປະໂຫຍດຕໍ່ຮ່າງກາຍຂອງແມ່ ແລະລູກໃຫ້ເໝາະສົມ, ນອກນັ້ນ ແມ່ຍັງຕ້ອງກິນອາຫານທີ່ບຳລຸງສະໝອງລູກນ້ອຍ ເພາະສະໝອງຂອງລູກເປັນອະໄວຍະວະທີ່ສຳຄັນຫຼາຍ ເພາະເລີ່ມມີການພັດທະນາຕັ້ງແຕ່ຢູ່ໃນທ້ອງຂອງແມ່, ການທີ່ສະໝອງຈະເຮັດວຽກ ແລະຈະເລີນເຕີບໂຕໄດ້ດີນັ້ນ ອາຫານເປັນເລື່ອງສຳຄັນຫຼາຍ

  1. ໂປຣຕີນ: ຈະມີກົດອະມິໂນ ທີ່ເອີ້ນວ່າ ໄທໂຣຊີນ ກົດຊະນິດນີ້ ເມື່ອຮ່າງກາຍໄດ້ຮັບແລ້ວ ຈະເຮັດໃຫ້ສະໝອງມີຄວາມຕື່ນຕົວ ຊ່ວຍຫຼຸດອາການຊຶມເສົ້າ, ສານຊະນິດນີ້ຈະມີຊີ້ນສັດ, ອາຫານທະເລ ແລະໄຂ່
  2. ໂອເມກ້າ 3: ເຊວໃນສະໝອງຈະມີໄຂມັນດີປະກອບຢູ່່ນຳປະມານ 80% ດັ່ງນັ້ນແມ່ຄວນເລືອກອາຫານ ທີ່ບຳລຸງສະໝອງຂອງລູກ, ໂອເມກ້າ 3 ມີຫຼາຍໃນຊີ້ນປາ ໃນອາທິດໜຶ່ງຄວນເລືອກກິນອາຫານທີ່ມີຊີ້ນປາປະກອບນໍາຢ່າງໜ້ອຍ 3 ມື້
  3. ວິຕາມິນຊີ: ຈະຊ່ວຍໃຫ້ເຊວສະໝອງແຂງແຮງ, ມີສະມາທິດີ ມີການຕັດສິນໃຈທີ່ເດັດຂາດ ຊ່ວຍຫຼຸດການເສື່ອມສະພາບຂອງເຊວສະໝອງ, ວິຕາມິນຊີ ຊອກຫາໄດ້ຈາກຜັກ ແລະໝາກໄມ້ສົດ
  4. ວິຕາມິນບີ: ຈະຊ່ວຍເລື່ອງການບຳລຸງລະບົບປະສາດ ແລະສະໝອງໃຫ້ແຂງແຮງ, ວິຕາມິນບີ 12 ຈະຊ່ວຍເລື່ອງຄວາມຈຳ ມີຫຼາຍໃນຊີ້ນສັດເຊັ່ນ: ຊີ້ນໝູ, ນອກນັ້ນຍັງມີນຳຖົ່ວຊະນິດຕ່າງໆ ເຊິ່ງຄວນກິນໃຫ້ຫຼາຍກວ່າປົກກະຕິເຖິງ 2 ເທົ່າ ຈຶ່ງພຽງພໍສຳລັບແມ່ ແລະລູກນ້ອຍໃນທ້ອງ

ສຳລັບ ອາຫານທີ່ມີຄາໂບໄຮເດດສູງ ຫຼືອາຫານທີ່ມີໄຂມັນຫຼາຍ ໂດຍສະເພາະໄຂມັນອິ່ມຕົວນັ້ນ ບໍ່ຄວນກິນຫຼາຍ ເພາະມັນຈະໄປທຳລາຍເຊວສະໝອງ ຫຼືມັນຈະບໍ່ສົ່ງເສີມການພັດທະນາສະໝອງ ເຮັດໃຫ້ສະໝອງຈະເລີນເຕີບໂຕຊ້າ, ຖ້າຢາກໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງ ແມ່ຄວນເລືອກກິນອາຫານທີ່ບຳລຸງສະໝອງເທົ່ານັ້ນຈະດີທີ່ສຸດ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...