ສະໜາມບິນ ອຸດົມໄຊ ຈະເປີດໃຫ້ບໍລິການໃໝ່ຕັ້ງແຕ່ມື້ນີ້ເປັນຕົ້ນໄປ

0
2438

ຫຼັງຈາກ, ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງປິດສະໜາມບິນອຸດົມໄປຊ່ວງຕົ້ນເດືອນ ກຸມພາ 2019 ຜ່ານມານີ້. ລ່າສຸດກົມການບິນພົນລະເຮືອນກໍໄດ້ອອກແຈ້ງການມາວ່າ ສະໜາມບິນດັ່ງກ່າວ, ໄດ້ສໍາເລັດການສ້ອມແປງແລ້ວ ເຊິ່ງສາຍການບິນລາວ (Lao airlines)  ແລະ ລາວເດີນອາກາດ (Laoskyway) ຈະເລີ່ມເປີດບໍລິການແຕ່ວັນທີ 22 ກຸມພາ 2019 ນີ້ເປັນຕົ້ນໄປ.

ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 0456/ກບພຮ, ລົງວັນທີ 20 ກຸມພາ 2019 ເຖິງຫົວໜ້າກົມທະຫານອາກາດ ກະຊວງປ້ອງກັນປະເທດ, ຫົວໜ້າກອງສະໜາມບິນລາວ, ຫົວໜ້າກອງຈະລາຈອນທາງອາກາດລາວ, ຜູ້ອໍານວຍການລັດວິສາຫະກິດການບິນລາວ ແລະ ຜູ້ອໍານວຍການລັດວິສາຫະກິດລາວເດີນອາກາດ ເລື່ອງການນໍາໃຊ້ສະໜາມບິນ ອຸດົມໄຊ ຫຼັງສໍາເລັດຈາກການສ້ອມແປງທາງແລ່ນຂຶ້ນ-ລົງຂອງເຮືອບິນ. ແຈ້ງການຍັງລະບຸວ່າຕື່ມ: ກົມການບິນພົນລະເຮືອນ ຂໍແຈ້ງມາຍັງທ່ານຊາບວ່າ ສະໜາມບິນອຸດົມໄຊ ໄດ້ສໍາເລັດການສ້ອມແປງທາງແລ່ນຂຶ້ນ-ລົງເຮືອງບິນທີ່ເປ່ເພ ແລະ ໄດ້ຜ່ານການກວດກາຈາກຄະນະກໍາມະການກວດກາແລ້ວ. ສະນັ້ນ, ຈຶ່ງເຫັນດີອະນຸມັດໃຫ້ສືບຕໍ່ເປີດນໍາໃຊ້ສະໜາມບິນອຸດົມໄຊ ເລີ່ມແຕ່ວັນທີ 22 ກຸມພາ 2019 ເປັນຕົ້ນໄປ.

ການປັບປຸງສະໜາມບິນອຸດົມໄຊ ຖືເປັນເທື່ອທີ່ສອງ ຫຼັງປີ 2017 ຜ່ານມາ, ກອງຄຸ້ມຄອງສະໜາມບິນໄດ້ອອກແຈ້ງການປິດປັບປຸງຊົ່ວຄາວໃນວັນທີ 26 ມິຖຸນາ 2017 ເຊິ່ງໄດ້ມີການກໍານົດປັບປຸງໃນລະຫວ່າງວັນທີ 1 ກໍລະກົດ ຫາວັນທີ 1 ຕຸລາ 2017, ຕໍ່ມາຕົ້ນເດືອນກຸມພາ 2019 ກໍມີແຈ້ງການປິດການນໍາໃຊ້ສະໜາມບິນຊົ່ວຄາວອີກຄັ້ງ. ປັດຈຸບັນ, ໄດ້ສໍາແລັດການສ້ອມແປງແລ້ວໂດຍພື້ນຖານ ພ້ອມຈະເປີດບໍລິການໃໝ່ໃນມື້ນີ້ເປັນຕົ້ນໄປ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບົວຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la