Homeຂ່າວທ້ອງຖິ່ນໄປງານນີ້ກັນເທາະ! ມະຫະກໍາເຜີຍແຜ່ການສຶກສາຂອງອັງກິດ (UK Study Fair) 2019

ໄປງານນີ້ກັນເທາະ! ມະຫະກໍາເຜີຍແຜ່ການສຶກສາຂອງອັງກິດ (UK Study Fair) 2019

Published on

ໃກ້ເຂົ້າມາແລ້ວ! ງານມະຫະກໍາເຜີຍແຜ່ການສຶກສາຂອງ ສະຫະຣາຊະອານາຈັກອັງກິດ ຫຼື UK Study Fair 2019 ທີ່ຈະຈັດຂຶ້ນໃນວັນເສົາ ວັນທີ 23 ກຸມພາ 2019 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ, ຊັ້ນ2) ເລີ່ມແຕ່ເວລາ 09:30-15:00 ໂມງ ເຊິ່ງບັນດານັກຮຽນ-ນັກສຶກສາ ຫຼື ມວນຊົນທົ່ວໄປສາມາດເຂົ້າຮ່ວມໄດ້ ເປັນອີກຊ່ອງທາງໜຶ່ງໃນການຊອກຫາສະຖານທີ່ການສຶກສາ ແລະ ອາຊີບທີ່ໝັ້ນຄົງ.

ໃນງານດັ່ງກ່າວ, ທ່ານຈະໄດ້ຮັບຮູ້ຂໍ້ມູນການສຶກສາ-ຫຼັກສູດພາສາອັງກິດ ຈາກມະຫາວິທະຍາໄລ ແລະ ສະຖາບັນທີ່ມີຊື່ສຽງໃນສະຫະຣາຊະອານາຈັກອັງກິດ ພ້ອມທັງຄໍາແນະນໍາຕ່າງໆ ຈາກໂຮງຮຽນ ແລະ ສູນພາສາອັງກິດໃນ ນະຄອນຫຼວງວຽງຈັນ. ນອກນັ້ນ, ຍັງມີ ຫ້ອງເຝິກອົບຮົມ ຫຼື Workshop ສໍາລັບ ITECC ຈາກອະດິດນັກສຶກສາຢູ່ມະຫາວິທະຍາໄລຕ່າງໆ ໃນປະເທດອັງກິດ; ກອງປະຊຸມທີ່ມີການໂຕ້ຕອບ (ກ່ຽວກັບການລົງທຶນ Chevening, IELTS, IGCSE ວິທະຍາສາດ ແລະ ຄະນິດສາດ) ຮຽນຮູ້ເພີ່ມຕື່ມກ່ຽວກັບທັກສະພາສາອັງກິດ; ການແຂ່ງຂັນເວົ້າພາສາອັງກິດ. ທັງນີ້, ເພື່ອຊຸກຍູ້ສະໜັບສະໜູນໃຫ້ນັກຮຽນປັບປຸງທັກສະພາສາອັງກິດຂອງຕົນເອງ. ການແຂ່ງຂັນຄັ້ງນີ້ຈະຈັດຂຶ້ນໃນເວລາກາງຄືນໃນລະຫວ່າງງານວາງສະແດງ. ພິເສດຜູ້ເຂົ້າຮ່ວມງານ 200 ຄົນທໍາອິດ ຈະໄດ້ຮັບເສື້ອທີເຊີດ, ປື້ມບັນທຶກ, ຖົງທີ່ສວຍງາມ ແລະ ຂອງທີ່ລະນຶກຈາກ Education is GREAT Branding.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...