spot_img
Homeຂ່າວຕ່າງປະເທດສະຫະລັດຯ-ຣັດເຊຍ ເຫັນດີຂະຫຍາຍຂອບເຂດ ຂໍ້ຕົກລົງຢຸດຍິງຢູ່ຊີຣີ ໃຫ້ຄວບຄຸມເມືອງອະເລບໂປ

ສະຫະລັດຯ-ຣັດເຊຍ ເຫັນດີຂະຫຍາຍຂອບເຂດ ຂໍ້ຕົກລົງຢຸດຍິງຢູ່ຊີຣີ ໃຫ້ຄວບຄຸມເມືອງອະເລບໂປ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ ສະຫະລັດອາເມຣິກາ ແລະ ຣັດເຊຍ ໄດ້ຕົກລົງເຫັນດີຮ່ວມກັນ ຂະຫຍາຍຂອບເຂດການຄວບຄຸມຂອງ ຂໍ້ຕົກລົງຢຸດຄວາມເປັນສັດຕູ (cessation of hostilities) ຫລື ຂໍ້ຕົກລົງຢຸດຍິງຢູ່ຊີຣີ ໃຫ້ຄວບຄຸມໄປເຖິງເມືອງອະເລບໂປ ທີ່ກຳລັງເກີດການປະທະກັນຢ່າງຮຸນແຮງ ລະຫວ່າງກອງກຳລັງຝ່າຍຕໍ່ຕ້ານ ແລະ ກອງທັບລັດຖະບານຊີຣີ ເມື່ອບໍ່ດົນຜ່ານມານີ້ ຈົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຫລາຍສິບຄົນ.

ນອກຈາກນີ້ ສະຫະລັດອາເມຣິກາ ແລະ ຣັດເຊຍ ຈະດຳເນີນງານຮ່ວມກັນຢ່າງໃກ້ຊິດ ເພື່ອສ້າງຂອບການຮ່ວມມື ໃນການສັງເກດການ ແລະ ຊຸກຍູ້ໃຫ້ຂໍ້ຕົກລົງດັ່ງກ່າວ ໃຫ້ມີຜົນສັກສິດຢູ່ເມືອງອະເລບໂປ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...