spot_img
Homeຂ່າວຕ່າງປະເທດສະຫະລັດອາເມຣິກາສະກັດກັ້ນໜ່ວຍງານເກົາຫຼີເໜືອທີ່ເຮັດວຽກດ້ານໄອທີໃນລາວ ຈີນ ແລະ ຣັດເຊຍ

ສະຫະລັດອາເມຣິກາສະກັດກັ້ນໜ່ວຍງານເກົາຫຼີເໜືອທີ່ເຮັດວຽກດ້ານໄອທີໃນລາວ ຈີນ ແລະ ຣັດເຊຍ

Published on

ສະຫະລັດອາເມຣິກາປະກາດສະກັດກັ້ນເກົາຫຼີເໜືອ ໂດຍຈະເນັ້ນໄປທາງເຕັກໂນໂລຊີ (IT) ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີພະນັກງານດ້ານໄອທີຈຳນວນຫຼາຍພັນຄົນປະຕິບັດງານຢູ່ໃນລາວ ຈີນ ແລະ ຣັດເຊຍ ພ້ອມອ້າງວ່າ ພະນັກງານເຫຼົ່ານີ້ມີສ່ວນພົວພັນກັບການຊ່ວຍຈັດຫາເງິນທຶນ ເພື່ອນຳມາສົ່ງເສີມ ແລະ ພັດທະນາໂຄງການທີ່ກ່ຽວຂ້ອງກັບອາວຸດທີ່ມີອະນຸພາບທຳລາຍສູງ (WMD) ໃນເກົາຫຼີເໜືອ.

ທາງການສະຫະລັດອາເມຣິກາ ກ່າວວ່າ ຄົນເກົາຫຼີເໜືອທີ່ເຮັດວຽກເປັນພະນັກງານດ້ານໄອທີຫຼາຍພັນຄົນ ໄດ້ກະຈາຍໃນຫຼາຍປະເທດໂດຍສະເພາະ ລາວ ຈີນ ແລະ ຣັດເຊຍ ຄົນກຸ່ມເຫຼົ່ານີ້ມີສ່ວນນຳລາຍໄດ້ໄປສະໜັບສະໜູນໂຄງການລູກສອນໄຟ ແລະ ໂຄງການ WMD ຂອງເກົາຫຼີເໜືອ ທີ່ຂັດກັບກົດໝາຍລະຫວ່າງປະເທດ ໂດຍພະນັກງານສ່ວນຫຼາຍຈະບໍ່ເປີດເຜີຍຕົນເອງ ບໍ່ລະບຸສະຖານທີ່ເກີດ ສະຖານທີ່ຢູ່ອາໃສ ລວມເຖິງສັນຊາດຢ່າງຊັດເຈນ ແລະ ໃຊ້ເອກະສານປອມໃນການຍື່ນສະໝັກວຽກ.

ທີ່ຜ່ານມາທາງການສະຫະລັດອາເມຣິກາ ກໍໄດ້ປະກາດເຕືອນວ່າ ການຈ້າງພະນັກງານດ້ານໄອທີທີ່ເປັນຄົນເກົາໜີເໜືອ ອາດນຳໄປສູ່ການລັກຊັບສິນທາງປັນຍາ ໂດຍນອກຈາກບໍລິສັດ Chinyong Information Technology Cooperation Company ທີ່ມີສຳນັກງານໃຫຍ່ຢູ່ເກົາຫຼີເໜືອ ເຊິ່ງຢູ່ໃນລາຍຊື່ທີ່ຖືກສະກັດກັ້ນໃນເທື່ອນີ້ຄື ສູນວິໄຈເລກທີ 110, Pyongyang University of Automation, ໜ່ວຍງານຂອງລັດ Technical Reconnaissance Bureau ກໍເປັນອີກ 3 ໜ່ວຍງານທາງດ້ານໄອທີ ທີ່ເຄີຍຖືກເກົາຫຼີໃຕ້ແບນມາກ່ອນໜ້ານີ້.

ກະຊວງການເງິນສະຫະລັດອາເມຣິກາ ລະບຸວ່າ Technical Reconnaissance Bureau ເປັນອົງກອນດ້ານໄອທີ ທີ່ສຳຄັນຂອງເກົາຫຼີເໜືອ ແລະ ມີຄວາມສຳພັນກັບກຸ່ມແຮັກເກີ Lazarus ເຊິ່ງທາງສະຫະລັດອາເມຣິກາ ອ້າງວ່າ ກຸ່ມແຮັກເກີດັ່ງກ່າວມີສ່ວນກ່ຽວຂ້ອງກັບການລັກເງິນ digital ຄັ້ງໃຫຍ່ໃນຊ່ວງເດືອນມີນາ ປີ 2022 ຈາກເຫດໂຈນລັກເງິນ digital ມູນຄ່າ 620 ລ້ານໂດລາ ຈາກລະບົບເຄືອຂ່າຍບຣັອກເຊນ ທີ່ສຳພັນກັບເກມອອນລາຍ Axie Infinity.

ແຫຼ່ງຂ່າວ infosecurity, abc australia

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...