spot_img
Homeຂ່າວການພັດທະນາສະຫະລັດອາເມຣິກາ ມອບສຸກສາລາຫຼັງໃໝ່ ໃຫ້ແກ່ແຂວງຊຽງຂວາງ

ສະຫະລັດອາເມຣິກາ ມອບສຸກສາລາຫຼັງໃໝ່ ໃຫ້ແກ່ແຂວງຊຽງຂວາງ

Published on

ສຸກສາລາຫຼັງໃໝ່ ເຊິ່ງເປັນການຊ່ອຍເຫຼືອຈາກ​ສະຫະລັດອາເມຣິກາ ແມ່ນມີທີ່ຕັ້ງຢູ່ໃນບໍລິເວນສຸກສາລາຫຼັງເກົ່າ ກຸ່ມບ້ານຫົວຊ້າງ ເມືອງໜອງແຮດ ແຂວງຊຽງຂວາງ ທີ່ເຄີຍໃຫ້ການບໍລິການໃນໄລຍະຜ່ານມາ ເປັນໂຄງການຊ່ອຍເຫຼືອຂອງລັດຖະບານສະຫະລັດອາເມຣິກາ ມີມູນຄ່າ 589.473 ໂດລາສະຫະລັດ ແລະ ສຸກສາລາໃໝ່ຫຼັງນີ້ ຈະຊ່ອຍປັບປຸງຄວາມສາມາດຂອງທັງຫ້ອງການສາທາລະນະສຸກເມືອງ ແລະ ແຂວງ ໃນການໃຫ້ບໍລິການປິ່ນປົວສຸຂະພາບຂອງປະຊາຊົນພາຍໃນແຂວງຊຽງຂວາງ ແລະ ເມືອງອ້ອມຂ້າງທີ່ໃກ້ຄຽງ ເຊິ່ງທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມຣິກາ ປະຈຳ ສປປ.ລາວ ໄດ້ມອບສຸກສາລາຫຼັງໃໝ່ຢ່າງເປັນທາງການໃຫ້ແກ່ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ໂດຍພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2016 ທີ່ແຂວງດັ່ງກ່າວ.

ຢູ່ໃນບົດປາໄສຂອງທ່ານຮອງທູດສະຫະລັດອາເມຣິກາ ທ່ານໄດ້ກ່າວວ່າ ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກໂດຍການຮ່ວມມືກັບລັດຖະບານຂອງ ສປປ.ລາວ ເພື່ອຈະຊ່ອຍປັບປຸງ ແລະ ສະໜອງສິ່ງອຳນວຍຄວາມສະດວກເຂົ້າໃນດ້ານສາທາລະນະສຸກທົ່ວປະເທດໃຫ້ດີຂຶ້ນ ເຊິ່ງການມອບສຸກສາລາດັ່ງກ່າວນີ້ໃຫ້ແກ່ປະຊາຊົນແຂວງຊຽງຂວາງ ແມ່ນເພື່ອເປັນສັນຍະລັກຂອງຄວາມສຳພັນທີ່ພວມເຕີບໃຫຽ່ຂະຫຽາຍໂຕ ລະຫວ່າງສອງປະເທດ ໂດຍລັດຖະບານສະຫະລັດ ກໍໄດ້ສະໜອງໂຄງການຊ່ອຍເຫຼືອດ້ານມະນຸດສະທຳ ຢູ່ໃນເຂດຊົນນະບົດຂອງປະເທດລາວ ເຊິ່ງມາຮອດປັດຈຸບັນເປັນເວລາ 18 ປີກວ່າ ເຊິ່ງຮວມມີ ໂຮງຮຽນ ສຸກສາລາ ລະບົບຊົນລະປະທານ ລະບົບນ້ຳສະອາດ ແລະ ອື່ນໆ.

ຂ່າວ/ພາບ: ພອນສະຫວັນ ສັງສົມບູນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...