spot_img
Homeຂ່າວພາຍ​ໃນສະຫະລັດມອບທຶນ 129.000 ໂດລາ ອະນຸຮັກທົ່ງໄຫຫີນຊຽງຂວາງ

ສະຫະລັດມອບທຶນ 129.000 ໂດລາ ອະນຸຮັກທົ່ງໄຫຫີນຊຽງຂວາງ

Published on

ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ລາວ ໄດ້ມອບທຶນຊ່ວຍເຫຼືອຈຳນວນ 129.000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການອະນຸຮັກ ແລະ ປະຕິສັງຂອນໄຫຫີນບູຮານທີ່ເກົ່າແກ່ ທັງເປັນມໍລະດົກໂລກ ທີ່ຕັ້ງຢູ່ແຂວງຊຽງຂວາງ ເຊີ່ງເປັນສ່ວນຫນຶ່ງຂອງກອງທຶນທ່ານທູດເພື່ອການອະນຸຮັກວັດທະນະທໍາ ຫຼື AFCP.

ທາງຄະນະຮັບຜິດຊອບທົ່ງໄຫຫີນ ຊຽງຂວາງ ຈະນໍາໃຊ້ກອງທຶນດັ່ງກ່າວເຂົ້າໃນການສ້າງຖານຂໍ້ມູນໄຫຫີນ ແລະ ລະບົບ GIS ເພື່ອຮັກສາບັນຊີລາຍຊື່ໄຫຫີນ ແລະແຫຼ່ງໄຫຫີນ, ການອະນູຮັກຮັກສາ ແລະບູລະນະຄຸ້ມຄອງໄຫຫີນທີ່ມີຄວາມເສຍຫາຍລວມທັງຝາປິດ. ນອກຈາກນີ້, ຍັງຈະໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຫ້ອງການມໍລະດົກໂລກທີ່ຮັບຜິດຊອບໃນເຂດມໍລະດົກແຫ່ງນີ້ຕື່ມອີກ.

ພິທີລົງນາມສັນຍາໂຄງການອະນຸຮັກ ແລະ ປະຕິສັງຂອນໄຫຫີນບູຮານກົ່າແກ່ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2021 ທີ່ທົ່ງໄຫຫີນ, ແຂວງຊຽງຂວາງ ໂດຍມີ ທ່ານ ສິວິໄລ ແສງຈະເລີນ, ຮອງເຈົ້າແຂວງຊຽງຂວາງ, ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ໃນໄລຍະຜ່ານມາ ສະຫະລັດອາເມລິກາ ໄດ້ມອບທຶນຊ່ວຍບູລະນະຮັກສາວັດທະນະທໍາຢູ່ຫຼາຍແຂວງໃນລາວ ເປັນຕົ້ນແມ່ນ ຫຼວງພະບາງ, ຈຳປາສັກ ແລະ ຫຼວງນໍ້າທາ ຂະນະທີ່ສະຫະລັດ ອາເມລິກາ ມີຄວາມມຸ່ງໝັ້ນ ທີ່ຈະເຮັດວຽກຮ່ວມກັບປະຊາຊົນ ແລະ ລັດຖະບານລາວ ໃນການປົກປັກຮັກສາວັດທະນະທໍາ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ.

ຂໍ້ມູນຈາກ: Lao National Radio 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...