spot_img
Homeຂ່າວຕ່າງປະເທດສະວິດເຊີແລນ ເປີດບໍລິການລົດໄຟລອດອຸໂມງຍາວທີ່ສຸດໃນໂລກ

ສະວິດເຊີແລນ ເປີດບໍລິການລົດໄຟລອດອຸໂມງຍາວທີ່ສຸດໃນໂລກ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 12 ທັນວາ 2016 ນີ້ວ່າ ຫຼັງຈາກໃຊ້ເວລາມາກວ່າ 17 ປີໃນການກໍ່ສ້າງ ແລະງົບປະມານການລົງທຶນໄປຫຼາຍພັນລ້ານຢູໂຣ ອຸໂມງລົດໄຟລອດຜ່ານເທືອກເຂົາແອລ ປະເທດສະວິດເຊີແລນ ໄດ້ເປີດໃຊ້ບໍລິການແລ້ວໃນຕອນເຊົ້າຂອງວັນອາທິດ 11 ທັນວາ 2016 ຜ່ານມາ ເຊິ່ງເສັ້ນທາງຂອງລົດໄຟໃໝ່ນີ້ ຊ່ວຍໃຫ້ຜູ້ໂດຍສານປະຢັດເວລາການເດີນທາງໄປໄດ້ 30 ນາທີ

ອຸໂມງດັ່ງກ່າວມີຊື່ວ່າ: Gotthard Base Tunnel ມີຄວາມຍາວທັງໝົດ 57 ກິໂລແມັດ ເຊິ່ງເປັນອຸໂມງທີ່ຍາວທີ່ສຸດໃນໂລກໃນຕອນນີ້ ໂດຍໄດ້ມີພິທີເປີດເມື່ອ 6 ເດືອນຜ່ານມາ ມີຜູ້ນຳຈາກຫຼາຍປະເທດໃນຢູໂຣບເຂົ້າຮ່່ວມ, ມີທັງ Angela Merkel ນາຍົກລັດຖະມົນຕີຍິງ ຈາກເຢຍລະມັນ ແລະຟຣັງຊົວ ອອນລອງ ປະທານາທິບໍດີຈາກປະເທດຝຣັ່ງ

ຂະບວນລົດໄຟຂະບວນທຳອິດ ເລີ່ມອອກເດີນທາງເມື່ອເວລາ 06:09 ໂມງຕາມເວລາທ້ອງຖິ່ນ ຈາກເມືອງຊູຣິກ ທາງພາກເໜືອ ແລະໄປຮອດເມືອງ ລູກາໂນ ທາງພາກໃຕ້ ເມື່ອເວລາ 08:17 ໂມງ, ຫຼັງຈາກທົດລອງການແລ່ນມາແລ້ວຫຼາຍກວ່າພັນເທື່ອ ເຊິ່ງບັນດາຜູ້ໂດຍສານທີ່ໄດ້ທົດລອງເດີນທາງດ້ວຍເສັ້ນທາງເປີດໃໝ່ນີ້ພາກັນຕື່ນ ເຕັ້ນ. ຂະບວນລົດໄຟໃຊ້ເວລາເດີນທາງລອດຜ່ານອຸໂມງ 17 ນາທີ ດ້ວຍຄວາມໄວເລີ່ມຕົ້ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະຈະປັບຂຶ້ນເປັນ 250 ກິໂລແມັດຕໍ່ຊົ່ວໂມງ

ໂຄງການສ້າງອຸໂມງດ້ວຍງົບປະມານການລົງທຶນຫຼາຍພັນລ້ານຢູໂຣນີ້ ນອກຈາກຈະເຮັດໃຫ້ເສັ້ນທາງໃໝ່ທີ່ເຊື່ອມຕໍ່ສອງພູມິພາກໃນສະວິດເຊີແລນ ເດີນທາງໄດ້ສະດວກໄວຂຶ້ນແລ້ວ ຍັງເປັນອຸໂມງທີ່ເລິກທີ່ສຸດໃນໂລກ ດ້ວຍຄວາມເລິກ 2,300 ແມັດ ຈາກໃຕ້ດິນ ເຊິ່ງຕະຫຼອດຂະບວນການກໍ່ສ້າງ 17 ປີຜ່ານມາ ມີຜູ້ເສຍຊີວິດລວມ 17 ຄົນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...