spot_img
Homeຂ່າວຕ່າງປະເທດສະພາແຫ່ງຊາດຫວຽດນາມ ອະນຸມັດວີຊາໃຫ້ຊາວອາເມຣິກາ ທ່ອງທ່ຽວ-ພັກເຊົາໄດ້ ດົນເຖິງ 1 ປີ!

ສະພາແຫ່ງຊາດຫວຽດນາມ ອະນຸມັດວີຊາໃຫ້ຊາວອາເມຣິກາ ທ່ອງທ່ຽວ-ພັກເຊົາໄດ້ ດົນເຖິງ 1 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ເມສານີ້ວ່າ ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິຮັບຮ່າງຂໍ້ຕົກລົງທາງການທູດ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມຣິກາ ວ່າດວ້ຍການອອກໜັງສືອະນຸຍາດພັກເຊົາ ຫລື ວີຊາ ດ້ວຍຄະແນນສຽງເຫັນດີ 92.9% ອະນຸຍາດໃຫ້ພົນລະເມືອງອາເມຣິກາ ສາມາດທ່ອງທ່ຽວ ແລະ ພັກເຊົາພາຍໃນຫວຽດນາມໄດ້ ດົນເຖິງ 1 ປີ ດ້ວຍວີຊາປະເພດເຂົ້າອອກໄດ້ຫລາຍຄັ້ງ (Multiple Entry Visas) ຫວັງຊ່ວຍສົ່ງເສີມຄວາມສຳພັນທາງທຸລະກິດ ລະຫວ່າງສອງປະເທດ ແລະ ເພີ່ມຈຳນວນນັກທ່ອງທ່ຽວໃຫ້ຫລາຍຂຶ້ນ.

ປັດຈຸບັນ ຫວຽດນາມໄດ້ອະນຸຍາດໃຫ້ຊາວອາເມຣິກາ ທ່ອງທ່ຽວ ແລະ ພັກເຊົາພາຍໃນປະເທດໄດ້ ເປັນເວລາບໍ່ເກີນ 3 ເດືອນ ຊຶ່ງການອອກອະນຸຍາດ ເພີ່ມເວລາໃຫ້ດົນເຖິງ 1 ປີດັ່ງກ່າວນີ້ ແມ່ນລັດຖະບານສະຫະລັດອາເມຣິກາ ກໍໄດ້ອະນຸມັດໃຫ້ແກ່ພົນລະເມືອງຊາວຫວຽດນາມ ເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...