spot_img
Homeຂ່າວການສຶກສາສອບເສັງຈົບຊັ້ນນັກຮຽນຂັ້ນ‬ ມ7 ທົ່ວປະເທດ 50 ພັນກວ່າຄົນ

ສອບເສັງຈົບຊັ້ນນັກຮຽນຂັ້ນ‬ ມ7 ທົ່ວປະເທດ 50 ພັນກວ່າຄົນ

Published on

ນັກຮຽນຊັ້ນມັດທະຍົມສຶກສາປີທີ 7 (ມ7) ໃນທົ່ວປະເທດ ຈຳນວນ 53.749 ຄົນ, ຍິງ 24.676 ຄົນ ຮ່ວມສອບເສັງຈົບຊັ້ນ ປະຈຳສົກຮຽນ 2014-2015, ໃນນີ້ສະເພາະຢູ່ນະຄອນຫຼວງວຽງຈັນ ມີນັກສອບເສັງທັງໝົດ 9.049 ຄົນ, ຍິງ 4.439 ຄົນ, ເຊິ່ງໄດ້ສອບເສັງໃນວັນທີ 23–26 ມິຖຸນານີ້, ໄດ້ຈັດເປັນ 18 ສູນສອບເສັງ ແລະ 403 ຫ້ອງສອບເສັງ ສະເລ່ຍນັກສອບເສັງແມ່ນ 22 ຄົນຕໍ່ຫ້ອງ ແລະ ໃຊ້ກຳມະການທັງໝົດ 1.149 ຄົນ.

ເມື່ອວັນທີ 23 ມິຖຸນາ ຜ່ານມາ ທີ່ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ໄດ້ເປີດບັ້ນການສອບເສັງຈົບຂັ້ນ ມ7ຢ່າງເປັນທາງການ ເຊັ່ນດຽວກັນແຂວງອື່ນໆ ໃນຂອບເຂດທົ່ວປະເທດ ໂດຍມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ທັງ 9 ເມືອງ, ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາ, ຫຼາຍພາກສ່ວນທີ່ກ່ຽວຂ້ອງພ້ອມກັນຈັດການສອບເສັງ ແລະ ນັກສອບເສັງ.

ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ປະຈຳສົກຮຽນ 2014-2015 ທົ່ວປະເທດ ໃນຄັ້ງນີ້ ແມ່ນໄດ້ສອບເສັງເປັນໄລຍະເວລາ 4 ວັນ (ວັນທີ 23–26 ມິຖຸນາ) ໂດຍມີນັກຮຽນສອບເສັງທັງໝົດ 53.749 ຄົນ, ຍິງ 24.676 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4 ພັນກວ່າຄົນ. ໃນນີ້ຢູ່ນະຄອນຫຼວງວຽງຈັນມີນັກຮຽນທັງໝົດ 9.049 ຄົນ, ຍິງ 4.439 ຄົນ, ເຊິ່ງສອບເສັງໃນ 7 ວິຊາຄື: ວິຊາຄະນິດສາດ, ຟິຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ, ປະຫວັດສາດ ແລະ ສຶກສາພົນລະເມືອງ ແລະ ໄດ້ຈັດເປັນ 18 ສູນສອບເສັງ, 403 ຫ້ອງສອບເສັງ ສະເລ່ຍນັກສອບເສັງແມ່ນ 22 ຄົນຕໍ່ຫ້ອງ ແລະ ໃຊ້ກຳມະການທັງໝົດ 1.149 ຄົນ. ເຊິ່ງມີຢູ່ແຕ່ລະເມືອງຄື: ເມືອງຈັນທະບູລີ 3 ສູນ, ເມືອງສີໂຄດຕະບອງ 2 ສູນ, ເມືອງໄຊເຊດຖາ 2 ສູນ, ເມືອງສີສັດຕະນາກ 1 ສູນ, ເມືອງໄຊທານີ 6 ສູນ, ເມືອງນາຊາຍທອງ 1 ສູນ, ເມືອງຫາດຊາຍຟອງ 1 ສູນ, ເມືອງປາກງື່ມ 1 ສູນ ແລະ ເມືອງສັງທອງ 1 ສູນ. ພິເສດໃນການສອບເສັງຄັ້ງນີ້ສຳລັບນັກຮຽນໃນທົ່ວປະເທດທີ່ເສັງໄດ້ຕາມຄາດໝາຍຄະແນນໄດ້ 8-9 ຂຶ້ນໄປແມ່ນໄດ້ຮັບໃບປະກາດແດງ ແລະ ມີສິດເລືອກເຂົ້າມະຫາວິທະຍາໄລກໍ່ໄດ້.

ຢ່າງໃດກໍ່ຕາມ, ສຳລັບການສອບເສັງຈົບຂັ້ນ ມ7 ຖືເປັນການປະເມີນຜົນຄືນວຽກງານການສຶກສາໃນການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນ ໃນໜຶ່ງສົກຮຽນຜ່ານມາ ແລະ ເປັນການສະຫຼຸບບົດຮຽນຄວາມຮູ້ໃນຕະຫຼອດ 1 ປີ ຂອງນ້ອງໆນັກຮຽນສາຍສາມັນທີ່ເຄີຍຮຽນມາວ່າສາມາດຮັບເອົາຄວາມຮູ້ແລະເຂົ້າໃຈບົດຮຽນໄດ້ດີຊ່ຳໃດ, ເຊິ່ງຈຸດນີ້ຈະເປັນໂອກາດແຫ່ງການຂ້າມຜ່ານຂອງນັກຮຽນກ້າວສູ່ນັກສຶກສາເພື່ອຮຽນເອົາວິຊາຊີບມາຮ່ວມສ້າງສາປະເທດຊາດຕໍ່ໄປ.

ສຳລັບຢູ່ນະຄອນຫຼວງວຽງຈັນ ມີທັງໝົດ 18 ສູນສອບເສັງຄື: ສູນ ມສ ວຽງຈັນ, ມປ ຈັນທະບູລີ, ມສ ເຈົ້າອານຸວົງ (ສົງ), ມສ ຈັນສະຫວ່າງ, ມປ ວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ໄຊເຊດຖາ, ມປ ສີສັດຕະນາກ, ມສ ທ່າງ່ອນ, ມສ ທົ່ງມັ່ງ, ມສ ດອນໜູນ, ມສ ຕານມີໄຊ, ມສ ໄຜ່ລ້ອມ, ມສ ໂພນງາມ, ມສ ນາຊາຍທອງ, ມສ ສາລາຄໍາ, ມສ ນາຊອນ ແລະ ມສ ສີທອງ.

11539642_1642587975954376_4209142079366754029_n

ແຫຼ່ງຂ່າວ: ໜສພ ສຶກສາ-ກິລາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...