spot_img
Homeຂ່າວທ້ອງຖິ່ນສອບສວນ! ເຫດທຳລາມົກຈົກອະໄວຍະເພດອອກມາຍ່ຽວກາງສາທາລະນະ

ສອບສວນ! ເຫດທຳລາມົກຈົກອະໄວຍະເພດອອກມາຍ່ຽວກາງສາທາລະນະ

Published on

ທຳລາມົກ ຈົກອະໄວຍະເພດອອກມາຍ່ຽວກາງສາທາລະນະ

ເຫດຊາຍຄົນໜຶ່ງຈົກອະໄວຍະເພດ ອອກມາຍ່ຽວຢູ່ກາງທາງສາລະນະ ຕອນແລງວັນທີ 13 ທັນວາ 2021 ຢູ່ສີ່ແຍກໄຟແດງ ດັ່ງທີ່ພວກເຮົາໄດ້ເຫັນ, ຮັບຮູ້ໃນສື່ສັງຄົມອອນລາຍ ກອງບັນຊາການ ປກສ ເມືອງນາຊາຍທອງ ຈື່ງຕິດຕາມສືບຄົ້ນຫາ ຊາບຊື່ ທ້າວ ລິວທີຍີ ອາຍຸ 29 ປີ ສັນຊາດຈີນ ມາສອບສວນ.

ຜ່ານການສອບສວນ ເບື້ອງຕົ້ນຜູ້ກ່ຽວຮັບສາລະພາບວ່າ: ໃນຂະນະຂັບຂີ່ລົດຢູ່ນັ້ນ ຕົນເອງປວດເບົາຢ່າງແຮງ, ແຕ່ບໍ່ສາມາດອອກໄປຊອກຫາຫ້ອງນໍ້າເພື່ອຍ່ຽວໄດ້ ຍ້ອນສະພາບຖະໜົນ ມີລົດຫຼາຍອັ່ງອໍຈຳນວນຫຼວງຫຼາຍ ຈິ່ງລົງຈາກລົດມາຢືນຍ່ຽວໃສ່ຕີນລົດຂອງຕົນ ທີ່ຂັບຂີ່ມາ ດັ່ງທີ່ພາບວີດີໂອສື່ສັງຄົມອອນລາຍເຜີຍແຜ່ທາງເຟສບຸກ ແລະ ມີຄົນແຊຣ ເປັນຈຳນວນຫຼາຍ.

ຕໍ່ກັບການກະທໍາຂອງ ທ້າວ ລິວທີຍີ ເຫັນວ່າ ເປັນສ້າງພາບພົດ ຄວາມອັບອາຍ ເປີເປື້ອນ ຕໍ່ສັງຄົມ ແລະ ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 258 ກຳນົດໄວ້.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...