spot_img
Homeຂ່າວຕ່າງປະເທດສສ ຫວຽດນາມ ຕັ້ງເປົ້າໃຫ້ພາສາອັງກິດ ເປັນພາສາທີສອງ ໃນປີ 2035

ສສ ຫວຽດນາມ ຕັ້ງເປົ້າໃຫ້ພາສາອັງກິດ ເປັນພາສາທີສອງ ໃນປີ 2035

Published on

ຫວຽດນາມປັບແຜນການຮຽນຄັ້ງສຳຄັນໃນປະເທດ ໂດຍຕັ້ງເປົ້າໃຫ້ພາສາອັງກິດເປັນພາສາທີສອງ ພາຍໃນປີ 2035 ເຊິ່ງຈະຄ່ອຍໆເລີ່ມໃນແຕ່ລະໂຮງຮຽນທົ່ວປະເທດ.

ສຳລັບໂຄງການນີ້ ແມ່ນເລີ່ມແຕ່ປີ 2025 ໄປຈົນເຖິງປີ 2035 ແລະ ມີແຜນຈະຂະຫຍາຍໄປຕື່ມຈົນຮອດປີ 2045 ໂດຍກຳລັງຄັດເລືອກວິທະຍາໄລ ແລະ ໂຮງຮຽນ ເພື່ອເລີ່ມແຜນການ.

ທ່ານ ຟາມ ຫງ໋ອກ ເທືອງ (Pham Ngoc Thuong) ລັດຖະມົນຕີກະຊວງສຶກສາທິການ ເນັ້ນຢໍ້າເຖິງຄວາມສຳຄັນຂອງການຮໍ່າຮຽນຈາກປະສົບການນານາຊາດ ເພື່ອປັບແກ້ຂະແໜງການສຶກສາໃຫ້ເໝາະສົມໃນປະເທດ ໃຫ້ນັກຮຽນ-ນັກສຶກສາມີຄຸນນະພາບດ້ານພາສາ ພ້ອມກ່າວວ່າ: ໂດຍບົດບາດການປ່ຽນແປງທາງດິຈິຕອນ ແລະ ການປະຍຸກໃຊ້ເທັກໂນໂລຢີໃນການສອນ ສາມາດຫຼຸດຊ່ອງວ່າງໃນລະດັບພາກພື້ນ ທັງປະຢັດເວລາ ແລະ ຫຼຸດຜ່ອນແຮງງານນຳອີກ.

ນອກຈາກນີ້, ໂຄງການດັ່ງກ່າວ ກໍໄດ້ກຳນົດເປົ້າໝາຍສະເພາະສຳລັບການບູລະນະພາສາອັງກິດເປັນພາສາທີສອງ ໃນລະດັບການສຶກສາ ພາຍໃນປີ 2035 ໂຮງຮຽນອະນຸບານທີ່ຢູ່ໃນເປົ້າໝາຍ (ເດັກ 3-5 ປີ) ທັງໝົດຈະນຳພາສາອັງກິດມາໃຊ້ແບບ 100% ພາຍໃນປີ 2035.

ຍັງໃຫ້ຮູ້ຕື່ມວ່າ: ພາຍໃນປີ 2035 ນັກຮຽນທຸກລະດັບຕັ້ງແຕ່ຊັ້ນປະຖົມຈົນຮອດຊັ້ນມັດທະຍົມ ຈະຕ້ອງຮຽນພາສາອັງກິດເປັນພາສາທີ 2 ໃນລະດັບ 1,2 ແລະ ໂຮງຮຽນທັງໝົດຈະເປີດສອນລະດັບຂັ້ນສູງ 4,5 ແລະ 6 ພາຍໃນປີ 2045 ເຊັ່ນດຽວກັບມະຫາວິທະຍາໄລທັງໝົດຈະນຳລະດັບ 4,5 ແລະ 6 ມາໃຊ້.

ຈຸດມຸ່ງໝາຍກໍເພື່ອເພີ່ມທັກສະຄວາມສາມາດ ເພື່ອຕອບສະໜອງຄວາມຕ້ອງການເຮັດວຽກໃນຍຸກປັດຈຸບັນ. ນອກນີ້, ພາສາອັງກິດຈະບໍ່ພຽງແຕ່ເປັນວິຊາໜຶ່ງເທົ່ານັ້ນ ແຕ່ຍັງຈະສອນວິຊາອື່ນໆທີ່ເໝາະສົມອີກດ້ວຍ.

ທີ່ມາ: vnexpress

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...