spot_img
Homeຂ່າວຕ່າງປະເທດສປ ຈີນ ຄົ້ນພົບແຮ່ຄຳ ປະມານ 580 ໂຕນ ມູນຄ່າ 200 ຕື້ຢວນ

ສປ ຈີນ ຄົ້ນພົບແຮ່ຄຳ ປະມານ 580 ໂຕນ ມູນຄ່າ 200 ຕື້ຢວນ

Published on

ສປ ຈີນ ຄົ້ນພົບແຮ່ຄຳ ປະມານ 580 ໂຕນ ໃນມົນທົນຊານຕົງ ທີ່ມີມູນຄ່າຫຼາຍກວ່າ 200 ຕື້ຢວນ.

ເມື່ອບໍ່ດົນມານີ້ ສຳນັກຂ່າວທ້ອງຖິ່ນຂອງຈີນ ໄດ້ລາຍງານວ່າ ມີການກວດພົບແຫຼ່ງແຮ່ຄຳຄັ້ງຫຼ້າສຸດທີ່ເໝືອງຄຳຊີຫຼິງ (Xiling) ໃນເມືອງໄຫຼໂຈວ ມົນທົນຊານຕົງ ສປ ຈີນ ເຮັດໃຫ້ປະລິມານໂລຫະທອງຄຳປະສົມໃນເໝືອງແຫ່ງນີ້ ມີປະມານ 580 ໂຕນ ເຮັດໃຫ້ກາຍເປັນເໝືອງຄຳທີ່ໃຫຍ່ທີ່ສຸດຂອງ ສປ ຈີນ.

ຈາກແຕ່ກ່ອນ ມີການພົບທອງຄຳສະສົມປະມານ 380 ໂຕນເທົ່ານັ້ນ ແຕ່ກົມຊັບພະຍາກອນທຳມະຊາດຂອງມົນທົນຊານຕົງ ຫາກໍຄົ້ນພົບແຫຼ່ງທອງຄຳເພີ່ມອີກ 200 ໂຕນ ລວມເປັນ 580 ໂຕນ ມີມູນຄ່າປະມານ 200 ຕື້ຢວນ ຫຼື ປະມານ 500.000 ຕື້ກີບ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...